Festival ມໍຣະດົກ ກວາງນາມ: ງານມະໂຫລານຂັບຈ່ອຍ ແລະ ສະແດງມໍຣະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດ

(VOVWORLD) - ງານມະໂຫລານແມ່ນໂອກາດເພື່ອເຕົ້າໂຮມ ແລະ ເຊີດຊູບັນດາຄຸນຄ່າຂອງມໍຣະດົກ ທີ່ບໍ່ເປັນວັດຖຸຕາງໜ້າໃຫ້ມວນມະນຸດ. ຜ່ານນັ້ນ, ແນະນຳ, ໂຄສະນາເຖິງມະຫາຊົນ ແລະ ແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ
Festival ມໍຣະດົກ ກວາງນາມ: ງານມະໂຫລານຂັບຈ່ອຍ ແລະ ສະແດງມໍຣະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດ - ảnh 1 ນັກສິລະປິນ ນະຄອນ ໂຮ່ຈີມິນ ສະແດງທີ່ງານບຸນ

ໃນຂອບເຂດການເຄື່ອນໄຫວ “Festival ມໍຣະດົກ ກວາງນາມ” ຄັ້ງທີ 6 ປີ 2017, ຕອນຄ່ຳວັນທີ 10 ມິຖຸນາ, ຢູ່ສະໜາມຫຼວງຫາດຊາຍທະເລ ຕາມແທງ, ນະຄອນ ຕາມກີ່, ຄະນະກຳມະການປະຊາຊົນແຂວງ ກວາງນາມ, ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ໄດ້ສົມທົບກັນໄຂລາຍການສະແດງຂັບຈ່ອຍ ແລະ ວັດທະນະທຳທີ່ບໍ່ເປັນວັດຖຸຕາງໜ້າໃຫ້ມວນມະນຸດ. ງານມະໂຫລານແມ່ນໂອກາດເພື່ອເຕົ້າໂຮມ ແລະ ເຊີດຊູບັນດາຄຸນຄ່າຂອງມໍຣະດົກ ທີ່ບໍ່ເປັນວັດຖຸຕາງໜ້າໃຫ້ມວນມະນຸດ. ຜ່ານນັ້ນ, ແນະນຳ, ໂຄສະນາເຖິງມະຫາຊົນ ແລະ ແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ, ປະກອບສ່ວນຍົກສູງຄວາມຮູ້ຂອງປະຊາຄົມໃນການພັດທະນາວັດທະນະທຳທ່ອງທ່ຽວຕິດພັນກັບການອະນຸລັກຮັກສາມໍຣະດົກວັດທະນະທຳບໍ່ເປັນວັດຖຸ. ທ່ານ ຮິ່ງແຄ໋ງຕ່ວານ, ຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງນາມ, ໃຫ້ຮູ້ວ່າ:

        “ນີ້ແມ່ນໂອກາດເພື່ອພົວພັນແລກປ່ຽນວັດທະນະທຳສິລະປະລະຫວ່າງບັນດາແຂວງ, ນະຄອນໃນທົ່ວປະເທດ ໃນບັນດາການເຄື່ອນໄຫວຂອງ Festival ວິວັດການມໍຣະດົກ ກວາງນາມຄັ້ງທີ 6. ດ້ວຍຄວາມຮັບຜິດຊອບ, ອາລົມຈິດ, ການຮັກສາ ເສີມຂະຫຍາຍຄຸນຄ່າບໍ່ເປັນວັດຖຸ, ການເຂົ້າຮ່ວມອຸທິດສ່ວນຢ່າງສຸດຈິດສຸດໃຈດ້ວຍຄວາມຮັກ ແລະ ຄວາມເມົາມົວກັບສິລະປະ, ບັນດານັກສີລະປິນ, ນັກສະແດງ ທີ່ມາຈາກ 16 ແຂວງ, ນະຄອນໃນທົ່ວປະເທດຈະນຳມາໃຫ້ງານມະໂຫລານບັນຍາກາດເບີກບານມ່ວນຊື່ນ ແລະ ມີສີສັນຫຼາກຫຼາຍຂອງມໍຣະດົກ.”

        ງານມະໂຫລານຈະແກ່ຍາວຮອດວັນທີ 13 ມິຖຸນາ.

ຕອບກັບ

ຂ່າວ/ບົດ​ອື່ນ