Festival ວັດທະນະທຳ ຫວຽດນາມ-ການພົວພັນແລກປ່ຽນກັບສາກົນປີ2019

(VOVWORLD) -Festival ວັດທະນະທຳ ຫວຽດນາມ-ການພົວພັນແລກປ່ຽນກັບສາກົນປີ2019 ແມ່ນຫນຶ່ງໃນບັນດາເຫດການທີ່ພົ້ນເດັ່ນ ມີຄຸນຄ່າດ້ານວັດທະນະທຳ, ພັດທະນາ ແລະ ອະນຸລັກຮັກສາຄຸນຄ່າວັດທະນະທຳໝູ່ບ້ານໃນເມື່ອກ່ອນ ແລະ ປະຈຸບັນ ຈະດຳເນີນໃນເວລາ 5 ມື້ ແຕ່ວັນທີ 6 ມີນາ ຮອດວັນທີ 10 ມີນາ ຢູ່ ພະລາດຊະວັງ ແທງລອງ ຮ່າໂນ້ຍ. 

ນີ້ແມ່ນເຫດການວັດທະນະທຳທີ່ພົ້ນເດັ່ນ ຊື່ງວາດພາບເຖິງໝູ່ບ້ານໃນເມື່ອກອ່ນ, ຕະຫລາດບ້ານນາ, ເຮືອນບູຮານ.

ໃນຂອບເຂດງານບຸນ ຍັງຈັດໃຫ້ມີກອງປະຊຸມສຳມະນາ ແລະ ການໂອ້ລົມສົນທະນາກ່ຽວກັບການຮັກສາເຄື່ອງໝາຍ, ການພັດທະນາວິສາຫະກິດ, ວັດທະນະທຳ, ພິທີໄວ້ບູຊາຂອງຊາວຫວຽດນາມ, ການຂັບເຈົາວັນ, ການເຫລື້ອມໃສບູຊາພະແມ່ ແລະ ຮັບຮູ້ບັນດາການປະກອບສ່ວນ, ການອຸທິດສ່ວນຂອງບັນດານັກສິລະປີນຫວຽດນາມ ທີ່ໄດ້ຮັກສາ ແລະ ຖ່າຍທອດວັດທະນະທຳຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ