Festival ວິທະຍາສາດ ເຫ໋ວ 2014: ກອງປະຊຸມສຳມະນາກ່ຽວກັບການຊ່ອງກະເພາະລຳໃສ້

Festival ວິທະຍາສາດ ເຫ໋ວ 2014: ກອງປະຊຸມສຳມະນາກ່ຽວກັບການຊ່ອງກະເພາະລຳໃສ້ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 13/04, ມະຫາວິທ​ະຍາ​ໄລ​ການ​ຢາ​ເຫ໋ວ - ມະຫາ​ວິທະຍາ​ໄລ​ເຫ໋ວ ​ໄດ້​ຈັດກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ກ່ຽວ​ກັບ​ການຊ່ອງ​ກະ​ເພາະ​ລຳ​ໃສ້. ນີ້​ແມ່ນການ​ເຄື່ອນ​ໄຫວ​ເຊິ່ງນອນ​ໃນ​ຂອບ​ເຂດ Festival ເຫ໋ວ 2014 ດ້ວຍ​ຫົວ​ຂໍ້​ວ່າ “ຜົນງານ​ດ້ານ​ການ​​ແພດ ກັບ​ສຸຂະພາບ​ຂອງ​ວົງ​ຄະນະ​ຍາດ” ​ໂດຍມະຫາວິທ​ະຍາ​ໄລ​ການ​ຢາ​ເຫ໋ວ - ມະຫາ​ວິທະຍາ​ໄລ​ເຫ໋ວ ຈັດ​ຕັ້ງ, ​ເນື່ອ​ງໃນ​ໂອກາດ Festival ເຫ໋ວ 2014. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ກ່ຽວ​ກັບ​ປະສົບ​ການ ​ແລະ ບົດຮຽນ​ໃນ​ການ​ພັດທະນາ​ຂະ​ແໜງຊ່ອງ​ກະ​ເພາະ​ລຳ​ໃສ້ຢູ່​ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ, ນັ້ນ​ແມ່ນໝາກຜົນ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ມະຫາວິທະຍາ​ໄລ​ການ​ແພດ Nogoya (ຍີ່ປຸ່ນ) ​ແລະ ມະຫາວິທ​ະຍາ​ໄລ​ການ​ຢາ​ເຫ໋ວ.

ຂ່າວ/ບົດ​ອື່ນ