Festival ອາຊີບຫັດຖະກຳຢູ່ເຫ້ວ 2023 ມີຫົວຂໍ້ “ສິ່ງຍອດຍິ່ງຂອງອາຊີບຫວຽດ”

(VOVWORLD) - Festival ອາຊີບຫັດຖະກຳຢູ່ ເຫ້ວ 2023 ມີການເຂົ້າຮ່ວມຂອງ 69 ໝູ່ບ້ານອາຊີບໂດ່ງດັງຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດ ຫວຽດນາມ.
Festival ອາຊີບຫັດຖະກຳຢູ່ເຫ້ວ 2023 ມີຫົວຂໍ້ “ສິ່ງຍອດຍິ່ງຂອງອາຊີບຫວຽດ” - ảnh 1ພາບປະກອບ

Festival ອາຊີບຫັດຖະກຳ ເຫ້ວ 2023 ດ້ວຍຫົວຂໍ້ “ສິ່ງຍອດຍິ່ງຂອງອາຊີບ ຫວຽດ” ຄັ້ງທີ 9 ປີ 2023 ຖືກຈັດຂຶ້ນແຕ່ວັນທີ 28 ເມສາ ຫາວັນທີ 5 ພຶດສະພາ ຢູ່ນະຄອນ ເຫ້ວ, ແຂວງເທື່ອທຽນເຫ້ວ. Festival ອາຊີບຫັດຖະກຳຢູ່ ເຫ້ວ 2023 ມີການເຂົ້າຮ່ວມຂອງ 69 ໝູ່ບ້ານອາຊີບໂດ່ງດັງຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດ ຫວຽດນາມ.

        ທ່ານ ເຈືອງດິ່ງແຮ້ງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ເຫ້ວ, ໃຫ້ຮູ້ວ່າ:

        “ມາຮອດໄລຍະປະຈຸບັນ, ຈຳນວນຜູ້ແທນສາກົນຢັ້ງຢືນຈະເຂົ້າຮ່ວມ Festival ອາຊີບຫັດຖະກຳຢູ່ ເຫ້ວ ແມ່ນ 15 ຄະນະ, ມີຜູ້ແທນທັງໝົດ 184 ຄົນ. ເຂດວາງສະແດງແນະນຳບັນດາຜະລິດຕະພັນສາກົນໃນປະຈຸບັນມີ 7 ຫົວໜ່ວຍ, ໃນນັ້ນມີບາງແຂວງ, ສະມາຄົມຂອງ ສເກົາຫຼີ ແລະ ຍີ່ປຸ່ນ. ຄະນະຈັດຕັ້ງກໍ່ໄດ້ສະຫງວນໃຫ້ເຂົາເຈົ້າເຂດວາງສະແດງ, ແນະນຳບັນດາຜະລິດຕະພັນ”.

ຕອບກັບ

ຂ່າວ/ບົດ​ອື່ນ