Festival ເຝີ 2024 ຈະຈັດຂຶ້ນແຕ່ວັນທີ 15 – 17 ມີນາ ຢູ່ແຂວງ ນາມດິ້ງ

(VOVWORLD) - Festival ເຝີ 2024 ມີການເຂົ້າຮ່ວມຂອງ 50 ຮ້ານວາງສະແດງຂອງວິສາຫະກິດ, ເຄື່ອງໝາຍການຄ້າອາຫານການກິນ ເພື່ອໂຄສະນາ, ເຊີດຊູ ເຝີ.
Festival ເຝີ 2024 ຈະຈັດຂຶ້ນແຕ່ວັນທີ 15 – 17 ມີນາ ຢູ່ແຂວງ ນາມດິ້ງ - ảnh 1Festival ເຟີ 2024 ຈະຈັດຂຶ້ນຢ່າງເປັນທາງການແຕ່ວັນທີ 15 – 17 ມີນາ, ຢູ່ນະຄອນ ນາມດິ້ງ
(ພາບ: baonamdinh.vn)

        Festival ເຟີ 2024 ດ້ວຍຫົວຂໍ້ “ເສັ້ນທາງເຝີ ຫວຽດ” ຈະຈັດຂຶ້ນຢ່າງເປັນທາງການແຕ່ວັນທີ 15 – 17 ມີນາ, ຢູ່ນະຄອນ ນາມດິ້ງ, ແຂວງ ນາມດິ້ງ, ດ້ວຍການເຄື່ອນໄຫວທີ່ອຸດົມສົມບູນ, ດຶງດູດໃຈຫຼາຍຢ່າງ. ນີ້ແມ່ນຂໍ້ມູນທີ່ໄດ້ປະກາດທີ່ການປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນຕອນບ່າຍວັນທີ 29 ກຸມພາ, ຢູ່ ຮ່າໂນ້ຍ.

        Festival ເຝີ 2024 ມີການເຂົ້າຮ່ວມຂອງ 50 ຮ້ານວາງສະແດງຂອງວິສາຫະກິດ, ເຄື່ອງໝາຍການຄ້າອາຫານການກິນ ເພື່ອໂຄສະນາ, ເຊີດຊູ ເຝີ. ໃນ 3 ວັນຈັດ Festival ເຝີ 2024, ຄະນະຈັດຕັ້ງມີລາຍການພິເສດ, ຄາດວ່າຈະມີເຝີແຕ່ 15.000 – 20.000 ຖ້ວຍຮັບໃຊ້ລູກຄ້າຜ່ານຮູບແບບທະນາບັດຊື້ສິນຄ້າ. ທ່ານນາງ ເລທິທຽດ, ປະທານສະມາຄົມວັດທະນະທຳ, ອາຫານການກິນແຂວງ ນາມດິ້ງ, ໃຫ້ຮູ້ວ່າ:

        “ຈຸດພົ້ນເດັ່ນຂອງ Festival ເຝີ 2024 ຄັ້ງນີ້ແມ່ນ, ພວກຂ້າພະເຈົ້າຈະສ້າງ, ວາດພາບຄືນເສັ້ນທາງຂອງ ເຝີ ແລະ ເຊີດຊູບັນດາໝູ່ບ້ານອາຊີບເຮັດເສັ້ນ ເຝີ  ແລະ ວາດພາບຄືນບັນດາທົ່ງນາ ແລະ ເມັດເຂົ້າເພື່ອເຮັດເສັ້ນ ເຝີ ທີ່ແຊບນົວ, ເປັນເອກະລັກສະເພາະຂອງ ຫວຽດນາມ”.

ຕອບກັບ

ຂ່າວ/ບົດ​ອື່ນ