Festival ເຫ້ວ 2018 – ກຽມພ້ອມຮັບແຂກ

(VOVWORLD) - Festival ເຫ້ວ ຄັ້ງທີ 10, ດ້ວຍຫົວຂໍ້ວ່າ “ມໍລະດົກວັດທະນະທຳກັບການເຊື່ອມໂຍງ ແລະ ພັດທະນາ - ເຫ້ວ ຈຸດນັດພົບໜຶ່ງ, ມີມໍລະດົກເຖິງ 5 ແຫ່ງ”, ຊຸມວັນນີ້ໄດ້ເລີ່ມຟົດຟື້ນແລ້ວ.

ຍັງອີກ 2 ວັນເທົ່ານັ້ນ, Festival ເຫ້ວ 2018 ຈະໄດ້ໄຂຂຶ້ນຢ່າງເປັນທາງການຢູ່ເວທີຂອງສະໜາມຫຼວງ ເງາະໂມນ, ນະຄອນເຫ້ວ. Festival ເຫ້ວ ຄັ້ງທີ 10, ດ້ວຍຫົວຂໍ້ວ່າ “ມໍລະດົກວັດທະນະທຳກັບການເຊື່ອມໂຍງ ແລະ ພັດທະນາ - ເຫ້ວ ຈຸດນັດພົບໜຶ່ງ, ມີມໍລະດົກເຖິງ 5 ແຫ່ງ”, ຊຸມວັນນີ້ໄດ້ເລີ່ມຟົດຟື້ນແລ້ວ.

        Festival ເຫ້ວ 2018 ສືບຕໍ່ເຕົ້າໂຮມວັດທະນະທຳເຂດພາກທີ່ພົ້ນເດັ່ນຂອງ ຫວຽດນາມ ແລະ ໂລກ. ສຳລັບປະຊາຊົນເຫ້ວແລ້ວ, Festival ແມ່ນໂອກາດເພື່ອໃຫ້ປະຊາຊົນໄດ້ເຊື່ອມຕົວເຂົ້າກັບບັນຍາກາດງານບຸນ, ປະກອບສ່ວນໂຄສະນາເຜີຍແຜ່ວັດທະນະທຳການທ່ອງທ່ຽວເຫ້ວ. ຄະນະຊາວໜຸ່ມ ເທື່ອທຽນ -ເຫ້ວ ໄດ້ລະດົມຜູ້ອາສາສະໝັກ 300 ຄົນເຊິ່ງແມ່ນຜູ້ທີ່ມີທັກສະໃນການທັກທາຍທີ່ດີ ກໍ່ຄືມີຄວາມເຂົ້າໃຈກ່ຽວກັບງານບຸນ, ວັດທະນະທຳ, ປະຊາຊົນເຫ້ວ; ມີຄວາມຮູ້ກ່ຽວກັບປະຫວັດສາດ, ມໍລະດົກ, ທັດສະນີຍະພາບ ເທື່ອທຽນ -ເຫ້ວ… ເຂົົ້າຮ່ວມການໜູນຊ່ວຍແຂກທ່ອງທ່ຽວ ແລະ ບັນດາກອງສິລະປະຢູ່ພາຍໃນ ແລະ ຕ່າງປະເທດເມື່ອມາເຂົ້າຮ່ວມ Festival ເຫ້ວ 2018.

ຕອບກັບ

ຂ່າວ/ບົດ​ອື່ນ