Festival ເຫ້ວ 2018 ປະສົບຜົນສຳເລັດຢ່າງຈົບງາມ

(VOVWORLD) - ຕອນຄ່ຳວັນທີ 2 ພຶດສະພາ 2018, ພິທີອັດງານ Festival ເຫ້ວ 2018 ໄດ້ຈັດຕັ້ງຢູ່ສະໜາມຫຼວງ ເງາະມົນ, ນະຄອນເຫ້ວ.
Festival ເຫ້ວ 2018 ປະສົບຜົນສຳເລັດຢ່າງຈົບງາມ - ảnh 1ພາບປະກອບ

ລາຍການສະແດງສິລະປະອັດງານ Festival ເຫ້ວ 2018 ດ້ວຍຫົວຂໍ້ວ່າ “ບົດເພງເຕັມໄປດ້ວຍອາລົມຈິດຂອງຊາວເຫ້ວ”, ເຊິ່ງລວມມີ 12 ລາຍການສະແດງສິລະປະຂອງບັນດາຄະນະສິລະປະຢູ່ພາຍໃນ ແລະ ຕ່າງປະເທດ.

        Festival ເຫ້ວ 2018 ໄດ້ຈັດຕັ້ງແຕ່ວັນທີ 27 ເມສາ - 2 ພຶດສະພາ ດ້ວຍການເຂົ້າຮ່ວມຂອງ 40 ຫົວໜ່ວຍສິລະປະ, ໃນນັ້ນມີ 24 ຄະນະສິລະປະສາກົນ ມາຈາກ 19 ປະເທດໃນໂລກ. ບັນດາເຫດການພົ້ນເດັ່ນລວມມີ: ງານບຸນສະແດງຊຸດເສື້ອຍາວ, ລາຍການສະແດງສິລະປະ “ແມ່ນ້ຳເຮືອງ ດັງກ້ອງກັງວານ”, “ອະລິຍາທຳເຂດພະລາຊະວັງ”… ທ່ານ ຫງວຽນຢູງ, ຮອງປະທານຄະນະກຳມະການປະຊາຊົນ ແຂວງ ເທື່ອທຽນເຫ້ວ, ຫົວໜ້າຄະນະຈັດຕັ້ງ Festival ເຫ້ວ 2018, ໃຫ້ຮູ້ວ່າ:

        “Festival ເຫ້ວ 2018 ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ບັນດາການເຄື່ອນໄຫວງານບຸນບັນລຸໄດ້ໝາກຜົນຫຼາຍພໍສົມຄວນ ແລະ ສ້າງຄວາມປະທັບໃຈໃນແຕ່ລະລາຍການ. ຈຸດພິເສດແມ່ນລາຍການໄດ້ຫັນເປັນຂອງສັງຄົມ. ບັນດາລາຍການສະແດງສິລະປະຂອງບັນດາຄະນະສາກົນ ເຂົ້າຮ່ວມລ້ວນແຕ່ແມ່ນບັນດາຄະນະສິລະປະແຖວໜ້າຂອງເຂົາເຈົ້າ,ເຂົາເຈົ້າໄດ້ແນະນຳຈຸດດີເດັ່ນທີເຂົາເຈົ້າມີ.”

Festival ເຫ້ວ 2018 ປະສົບຜົນສຳເລັດຢ່າງຈົບງາມ - ảnh 2ພາບປະກອບ

        Festival ເຫ້ວ 2018 ໄດ້ປະກອບສ່ວນໂຄສະນາພາບພົດຂອງມໍລະດົກວັດທະນະທຳ ທີ່ເຂັ້ມຂົ້ນໄປດ້ວຍສີສັນ ເຫ້ວ, ດ້ວຍມໍລະດົກ 5 ແຫ່ງໄດ້ຮັບການຮັບຮອງຈາກ UNESCO ແລະ ການປະສານສົມທົບຂອງບັນດາພື້ນຖານວັດທະນະທຳໃນໂລກ. ໃນ 6 ວັນທີ່ດຳເນີນ Festival ເຫ້ວ 2018, ມີແຂກທ່ອງທ່ຽວປະມານ 1,2 ລ້ານເທື່ອຄົນໄປຢ້ຽມຢາມນະຄອນເຫ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ