Festival ເຫ້​ວ 2022: ກຽມ​ພ້ອມ​ໃຫ້​ແກ່​​ ລາຍ​ການ​ສະ​ແດງ ວັດ​ທະ​ນະ​ທຳ

(VOVWORLD) -ສັບປະດາ Festival ເຫ້ວ 2022 ມີ 8 ຄະນະສະແດງສິລະປະຕ່າງປະເທດເຂົ້າຮ່ວມນັ້ນແມ່ນ: ຝລັ່ງ, ແບນຊິກ, ແອັດສະປາຍ, ບຣາຊິນ, ລັດເຊຍ, ອາຣັບບິ ຊາອຸດິ ແລະ ໄທ ພ້ອມກັບ 30 ຄະນະສະແດງສິລະປະດີເດັ່ນພາຍໃນປະເທດ.
Festival ເຫ້​ວ 2022: ກຽມ​ພ້ອມ​ໃຫ້​ແກ່​​ ລາຍ​ການ​ສະ​ແດງ ວັດ​ທະ​ນະ​ທຳ - ảnh 1ການສະແດງສິລະປະ (ພາບ: VOV)

ຕອນບ່າຍວັນທີ 20 ມິຖຸນາ, ຄະນະກຳມະການປະຊາຊົນແຂວງເທື່ອທຽນເຫ້ວ ໄດ້ຈັດການຖະແຫຼງຂ່າວ ສັບປະດາ Festival ເຫ້ວ 2022 ດ້ວຍຫົວຂໍ້ “ມໍລະດົກວັດທະນະທຳ ກັບການເຊື່ອມໂຍງ ແລະ ພັດທະນາ”. ຕາມນັ້ນແລ້ວ, ສັບປະດາ Festival ເຫ້ວ 2022 ຈະດຳເນີນໃນລະຫວ່າງວັນທີ 25 ມິຖຸນາ ຫາວັນທີ 30 ມິຖຸນາ. ສັບປະດາ Festival ເຫ້ວ 2022 ມີ 8 ລາຍການ, ມີບັນດາການເຄື່ອນໄຫວສະແດງສິລະປະວັດທະນະທຳທີ່ເປັນດຶງດູດໃຈ ເພື່ອຮັບໃຊ້ໃຫ້ແກ່ແຂກທ່ອງທ່ຽວ ແລະ ປະຊາຄົມ. ທ່ານ ຫງວຽນແທັງບິ່ງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫ້ວ, ຫົວໜ້າຄະນະຈັດຕັ້ງ Festival ເຫ້ວ 2022 ໃຫ້ຮູ້ວ່າ:

ສັບປະດາ Festival ເຫ້ວ ຈະມີລາຍການທີ່ໃໝ່ອ່ຽມ. ພວກຂ້າພະເຈົ້າຈະຈັດພິທີໄຂຢູ່ສະໜາມຫຼວງ ເງາະມົນ. ໄປຄຽງຄູ່ກັນນັ້ນກໍ່ມີຫຼາຍການເຄື່ອນໄຫວຕອບສະໜອງໃນສັບປະດາດ້ວຍເປົ້າໝາຍມຸ່ງໄປເຖິງປະຊາຄົມຄື: ວັນບຸນ ບາລູນ, ວັນບຸນ ອາຫານການກິນ, Street Festival ເພື່ອໃຫ້ວົງຄະນະຍາດໃນບໍລິເວນແຂວງລ້ວນແຕ່ເຂົ້າຮ່ວມໃນສັບປະດາຈຸດສຸມນີ້.

ສັບປະດາ Festival ເຫ້ວ 2022 ມີ 8 ຄະນະສະແດງສິລະປະຕ່າງປະເທດເຂົ້າຮ່ວມນັ້ນແມ່ນ: ຝລັ່ງ, ແບນຊິກ, ແອັດສະປາຍ, ບຣາຊິນ, ລັດເຊຍ, ອາຣັບບິ ຊາອຸດິ ແລະ ໄທ ພ້ອມກັບ 30 ຄະນະສະແດງສິລະປະດີເດັ່ນພາຍໃນປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ