Festival ເຫ້ວ​ຈະ​ດຳ​ເນີນ​ໄວ​ກ່​ວາ​ການ​ຄາ​ດ​ຄະ​ເນ

(VOVWORLD) -ຕາມແຈ້ງການຫຼ້າສຸດຈາກຄະນະຈັດຕັ້ງ Festival ເຫ້ວ 2020, ເຫດການນີ້ຈະດຳເນີນໃນລະຫວ່າງວັນທີ 26 – 31 ສິງຫາ ແທນໃຫ້ວັນທີ 28 ສິງຫາ - 2 ກັນຍາ ຄືໄດ້ປະກາດມາກ່ອນໜ້ານັ້ນ.
Festival ເຫ້ວ​ຈະ​ດຳ​ເນີນ​ໄວ​ກ່​ວາ​ການ​ຄາ​ດ​ຄະ​ເນ - ảnh 1ການສະແດງສິລະປະຢູ່ Festival ເຫ້ວ

ການປ່ຽນແປງເວລາໃນການຈັດຕັ້ງແມ່ນ ເພື່ອແນໃສ່ຮັບປະກັນຄວາມດຸນດ່ຽງລະຫວ່າງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 75 ປີແຫ່ງວັນຊາດ ສສ ຫວຽດນາມ ແລະ 60 ປີແຫ່ງວັນເປັນແຮກສ່ຽວລະຫວ່າງ ຮ່າໂນ້ຍ - ເຫ້ວ - ໄຊງ່ອນ. ໃນນັ້ນ, ເຫ້ວໄດ້ເລືອກໃຫ້ເປັນບ່ອນຖ່າຍທອດສົດທາງໂທລະພາບລາຍການສະເຫຼີມສະຫຼອງ, ຄາດວ່າຈະຈັດຂຶ້ນໃນຕອນຄ່ຳວັນທີ 2 ກັນຍາ.

        ເຂົ້າຮ່ວມ Festival ເຫ້ວ 2020 ຈະມີບັນດາກອງສິລະປະກອນທີ່ມາຈາກນະຄອນຫຼວງ ຮ່າໂນ້ຍ, ນະຄອນໂຮ່ຈີມິນ, ບັນດາແຂວງຄື: ລ່າວກາຍ, ດັກລັກ ແລະ ກຸ່ມສະແດງສິລະປະຕ່າງໆ. ນອກຈາກນັ້ນ, ເຫດການວັດທະນະທຳນີ້ກໍ່ມີການເຂົ້າຮ່ວມຂອງບັນດານັກສິລະປິນສາກົນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ