Festival ໝາກໄມ້ ແລະ ຜະລິດຕະພັນ OCOP ຫວຽດນາມ ປີ 2022 ບັນລຸຜົນສຳເລັດຢ່າງຈົບງາມ

(VOVWORLD) - ສະຫະກອນໃນທົ່ວປະເທດໄດ້ພົບປະແລກປ່ຽນ, ແບ່ງປັນບົດຮຽນ, ກໍ່ຄືໂຄສະນາຄວາມສາມາດບົ່ມຊ້ອນ, ກາລະໂອກາດເພື່ອຍູ້ແຮງການເຄື່ອນໄຫວສົ່ງເສີມການຄ້າ
Festival ໝາກໄມ້ ແລະ ຜະລິດຕະພັນ OCOP ຫວຽດນາມ ປີ 2022 ບັນລຸຜົນສຳເລັດຢ່າງຈົບງາມ - ảnh 1ຄະນະຈັດຕັ້ງໄດ້ມອບລາງວັນໃຫ້ແກ່ບັນດາທິມງານ

ຕອນຄ່ຳວັນທີ 31 ພຶດສະພາ, ທີ່ສະໜາມຫຼວງ ໄຕບັກ, ນະຄອນ ເຊີນລາ, ສະມາຄົມຊາວກະສິກອນ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ເຊີນລາ ຈັດຕັ້ງພິທີອັດ Festival ໝາກໄມ້ ແລະ ຜະລິດຕະພັນ OCOP ຫວຽດນາມ ປີ 2022. ການຈັດຕັ້ງ Festival ຄັ້ງນີ້ ສ້າງກາລະໂອກາດເພື່ອໃຫ້ຊາວກະສິກອນ, ວິສາຫະກິດ, ສະຫະກອນໃນທົ່ວປະເທດໄດ້ພົບປະແລກປ່ຽນ, ແບ່ງປັນບົດຮຽນ, ກໍ່ຄືໂຄສະນາຄວາມສາມາດບົ່ມຊ້ອນ, ກາລະໂອກາດເພື່ອຍູ້ແຮງການເຄື່ອນໄຫວສົ່ງເສີມການຄ້າ, ເຊື່ອມຕໍ່ຕະຫຼາດຈຳໜ່າຍຜະລິດຕະພັນກະເສດຫຼາຍກ່ວາອີກ… ທ່ານ ຫງວຽນແທ່ງກົງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ເຊີນລາ, ໃຫ້ຮູ້ວ່າ:

        “Festival ໄດ້ບັນລຸຜົນສຳເລັດຢ່າງຈົບງາມ. ມາຮອດປະຈຸບັນ, ບັນດາເນື້ອໃນ, ໂຄງການໄດ້ວາງອອກທີ່ເຫດການລ້ວນແຕ່ສຳເລັດຜົນ. ອີກດ້ານໜຶ່ງ, ແມ່ນຄຸນນະພາບຂອງ Festival  ໝາກໄມ້ ແລະ ຜະລິດຕະພັນ OCOP ຄັ້ງນີ້ໄດ້ຮັບການຕີລາຄາສູງ ທັງດ້ານນ້ຳໃຈຄວາມຮັບຜິດຊອບຂອງບັນດາອົງການ, ສ່ວນບຸກຄົນ, ຫົວໜ່ວຍຕ່າງໆໃນຄະນະຈັດຕັ້ງເຫດການ; ທັງນ້ຳໃຈເບີກບານມ່ວນຊື່ນຂອງບັນດາຫົວໜ່ວຍເຂົ້າຮ່ວມ ແລະ ຂອງປະຊາຊົນບັນດາເຜົ່າໃນແຂວງ ເຊີນລາ… ທັງໝົດເຫຼົ່ານັ້ນໄດ້ປະກອບສ່ວນສ້າງເປັນຜົນສຳເລັດໃຫ້ແກ່ເຫດການຄັ້ງນີ້”.

ຕອບກັບ

ຂ່າວ/ບົດ​ອື່ນ