Festivalດົນຕີອາຊີ ເອີລົບ ດ້ວຍລາຍການ “ທຳນອງດົນຕີແຫ່ງເພື່ອນມິດ”

Festivalດົນຕີອາຊີ ເອີລົບ ດ້ວຍລາຍການ “ທຳນອງດົນຕີແຫ່ງເພື່ອນມິດ” - ảnh 1
logo ຂອງ​ລາຍ​ການ

(vovworld)- ຕອນ​ຄ່ຳ​ວັນ​ທີ 7/10 ຢູ່ ໂຮງ​ລະ​ຄອນ​ແຂວງ ຫວີງ​ຟຸກ ໄດ້​ດຳ​ເນີນ​ລາຍ​ການ​ດົນ​ຕີ​ປະ​ສານ​ສຽງ “​ທຳ​ນອງ​ດົນ​ຕີ​ແຫ່ງ​​ເພື່ອນ​ມິດ”. ນີ້​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ລາຍ​ການ​ສິ​ລະ​ປະ​ນອນ​ໃນ​ຂອບ​ເຂດ Festival ດົນ​ຕີ​​ຍຸກໃຫມ່ ອາ​ຊີ - ເອີ​ລົບ ຄັ້ງ​ທີ 2 ແລະ ກອງ​ປະ​ຊຸມ Festival ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ນັກ​ປະ​ພັນ​ດົນ​ຕີ ອາ​ຊີ ປາ​ຊີ​ຟີກ ຄັ້ງ​ທີ 34 ໂດຍ​ນັກ​ສິ​ລະ​ປິນ ຫວຽດ​ນາມ ແລະ ສາ​ກົນ​ສະ​ແດງ. ລາຍ​ການສະ​ແດງ​ສິ​ລະ​ປ​ະ​ດັ່ງ​ກ່າວ ມີ​ຫລາຍ​ບົດ​ດົນ​ຕີ​ທີ່​ມີ​ເນື້ອ​ໃນ​ອຸ​ດົມ​ສົມ​ບູນດ້ວຍ​ຮູບ​ການ​ສະ​ແດງໃຫມ່​. Festival ດົນ​ຕີ ແລະ ກອງ​ປະ​ຊຸມ Festival ສະ​ຫ​ະ​ສະ​ມາ​ຄົມ​ບັນ​ດາ​ນັກ​ປະ​ພັນ​ດົນ​ຕີ ອາ​ຊີ ປາ​ຊີ​ຟີກ ຄັ້ງ​ທີ 34 ໄດ້ດຳ​ເນີນ​ແຕ່​ວັນ​ທີ 12 -18/10/2016 ຢູ່ ຮ່າ​ໂນ​້ຍ ແລະ ແຂວງ ຫວີງ​ຟຸກ. ເຂົ້າ​ຮ່ວມ​ Festival ຄັ້ງ​ນີ້​​ມີນັກ​ດົນ​ຕີ, ນັກ​ຮ້ອງ, ນັກ​ເສບ​ດົນ​ຕີ ​ປະ​ມານ 200 ຄົນ ທີ່​ມາ​ຈາກ 30 ປ​ະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.


ຂ່າວ/ບົດ​ອື່ນ