Festivalດອກໄມ້ດາລາດປີ2015ມີຄຸນຄ່າສິລະປະຫລາຍຢ່າງ

Festivalດອກໄມ້ດາລາດປີ2015ມີຄຸນຄ່າສິລະປະຫລາຍຢ່າງ - ảnh 1
ພາບ​ປະ​ກອບ:internet

(vovworld)- ​ ​ Festival ດອກ​ໄມ້ ດາ​ລາດ​ຄັ້ງ​ທີ 6 ປີ 2015 ຈະ​ມີ​ຈຸດ​ໃຫມ່​ຫລາຍ​ຢ່າງ. ຕາມ​ຄະ​ນະ​ຈັດ​ຕັ້ງ ແລ້ວ, ຈະ​ຖືກ​ຈັດ​ຂຶ້ນ​ແຕ່​ວັນ​ທີ 29/12-2/1/2016. ພິ​ທີ​ໄຂ Festival ດອກ​ໄມ້ ດາ​ລາດ ແມ່ນ​ສຸມ​ໃສ່​ປັດ​ໄຈ​ສິ​ລະ​ປະ​ແທ​ນ​ທີ​ເວ​ທີ​ສາ​ກົນ. ຫລັງ​ຈາກນັ້ນ ແມ່ນ Carnaval ດອກ​ໄມ້ ຕາມ​ຫົວ​ເລື່ອງ ແລະ ເຂັ້ມ​ຂົ້ນ​ໄປ​ດ້​ວຍ​ສີ​ສັນ​ວັດ​ທະ​ນະ​ທຳ ໄຕ​ງວຽນ.  ທ່ານ ຫວໍງອກ​ຮຽບ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ນະ​ຄອນ ດາ​ລາດ, ຫົວ​ຫນ້າ​ຄະ​ນະ​ຈັດ​ຕັ້ງ Festival ດອກ​ໄມ້ດາ​ລາດ​ຄັ້ງ​ທີ 6 ໃຫ້​ຮູ້​ວ່າ:

        “Festival ດອກ​ໄມ້ດາ​ລາດ​ຄັ້ງ​ນີ້ ແມ່ນ​ງານ​ບຸນ​ຂອງ​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ, ຂອງ​ຜູ້​ຜະ​ລິດດອກ​ໄມ້​ໂດຍ​ກົງ, ຂອງຜູ້​ເຮັດ​ບໍ​ລິ​ການ​ທ່ອງ​ທ່ຽວ. ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ ພ້ອມ​ກັນ​ຈັດ​ຕັ້ງ​ເພື່ອຢັ້ງ​ຢືນ​ຄຸນ​ຄ່າ​ຂອງດອກ​ໄມ້​ດາ​ລາດ, ຈາກນັ້ນ ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ນະ​ຄອນ ດາ​ລາດ ເວົ້າ​ສະ​ເພາະ ແລະ ແຂວງ ເລີມ​ດົງ ເວົ້າ​ລວມ. ຈາກນັ້ນ ຊຸກ​ຍູ້ 2 ທ່າ​ແຮງ​ຂອງ​ແຂວງ ນັ້ນ​ແມ່ນ ຜະ​ລິດ​ກະ​ສິ​ກຳ ເຕັກ​ໂນ​ໂລ​ຊີ​ສູງ​ ແລະ ພັດ​ທະ​ນາ​ການ​ທ່ອງ​ທ່ຽວ, ບໍ​ລິ​ການ”

ຂ່າວ/ບົດ​ອື່ນ