Festivalທະເລຍາຈາງ 2015ຈະດຶງດູດນັກທ່ອງທ່ຽວປະທານ150.000ເທື່ອຄົນ

Festivalທະເລຍາຈາງ 2015ຈະດຶງດູດນັກທ່ອງທ່ຽວປະທານ150.000ເທື່ອຄົນ - ảnh 1
ການ​ປະຊຸມ​ຂ່າວ ​Festival ທະ​ເລຍາ​ຈາງ ປີ 2015
(ພາບ:.baokhanhhoa.com.vn)

(vovworld) –  ​Festival ທະ​ເລຍາ​ຈາງ ປີ 2015​, ​ຈະດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 11-14/7. ຄາດ​ວ່າ, ຈະ​ມີ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ສາກົນມາຢ້ຽມ​ຊົມ ​ແຄ໋ງຮ່ວາ ​ປະມານ  150.000​​ ​ເທື່ອ​ຄົນ ​ ​ແລະ ​ເຂົ້າ​ຮ່ວມບັນດາ​ການ​ເຄື່ອນ​ໄຫວ​ຂອງ Festival ຄັ້ງ​ນີ້. ນີ້​ແມ່ນ​ຂ່າວ​ຄາວ​ຖືກ​ຍົກ​ອອກ​ມາ​ຈາກ​ການ​ປະຊຸມ​ຂ່າວ​ໃນ​ວັນ​ທີ 29/6 ຢູ່​ນະຄອນ ຍາ​ຈາງ ​ໂດຍ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ແຄ໋ງຮ່ວາ ຈັດ​ຕັ້ງ. ​Festival ທະ​ເລຍາ​ຈາງ ປີ 2015 ລວມມີ 52 ລາຍການ​ເຄື່ອນ​ໄຫວ​ໃນ​ດ້ານ​ວັດທະນະທຳ, ກິລາ, ການ​ດຳລົງ​ຊີວິດ​ໃນ​ປະຊາ​ຄົມ…ຜ່ານ​ນັ້ນ​ແນະນຳ​, ​ເຊີດ​ຊູ​ບັນດາ​ຄຸນຄ່າ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ, ບັນດາ​ສິ່ງ​ຍອດ​ຍິ່ງ​ຂອງ​ເຂດ​ທະ​ເລ ​ແລະ ປະຊາຊົນ​ແຂວງ ​ແຄ໋ງຮ່ວາ ​ເວົ້າ​ສະ​ເພາະ ​ແລະ ຫວຽດນາມ ​ເວົ້າ​ລວມ. ​ໃນ​ນັ້ນ​ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ມຸ່ງ​ໄປ​ສູ່​ອະທິ​ປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະ​ຂອງ​ປະ​ເທດ​ຊາດ​ຄື: ງານ​ວາງສະ​ແດງ​ແຜນ​ທີ່ ​ແລະ ວາງສະ​ແດງ​ເອກະສານ “ຮ່ວາງ​ຊາ-​ເຈື່ອງ​ຊາ​ຂອງ​ຫວຽດນາມ-ບັນດາ​ພະຍານ​ຫຼັກ​ຖານ​ປະຫວັດສາດ ​ແລະ ນິຕິ​ທຳ”; ກອງ​ປະຊຸມ​ສຳ​ມະ​ນາ​ວິ​ທະຍາ​ສາດ “ວັດທະນະທຳ​ທະ​ເລ​ໝູ່​ເກາະ-​ແຫຼ່ງກຳລັງ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ສຶກສາ​ອະທິປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະ​ໃນ​ໂຮງຮຽນ”.

ຂ່າວ/ບົດ​ອື່ນ