Festivalປ່າທຳອິດຢູ່ຫວຽດນາມຈະຮັບການຈັດຕັ້ງຂຶ້ນໃນທ້າຍປີ2014

Festivalປ່າທຳອິດຢູ່ຫວຽດນາມຈະຮັບການຈັດຕັ້ງຂຶ້ນໃນທ້າຍປີ2014 - ảnh 1
ພາບປະກອບ
(ຈາກ Mạnh Linh/TTXVN)


(vovworld) – ​Festival ປ່າ​ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ເຂດ​ນິ​ເວດ​ທຳ​ມະ​ຊາດ ​ແຂວງ ດົ່ງ​ນາຍ ​ໃນ​ທ້າຍ​ເດືອນ 11/2014. ນີ້​ແມ່ນ​ຄັ້ງ​ທຳ​ອິດທີ່ Festival ປ່າ​ຈະ​ຮັບ​ການຈັດ​ຕັ້ງ​ຢູ່ ຫວຽດນາມ. ຕາມ​ທ່ານ ​ເຈີ​່ນກວາງ​ຕ້ວາຍ, ຮອງ​ຫົວໜ້າພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງທ່ຽວ​ແຂວງ ດົ່ງ​ນາຍ, Festival ປ່າ ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ໃນ 3 ວັນ​ດ້ວຍ​ຫົວ​ຂໍ້ “ປ່າ - ຊັບພະຍາກ​ອນທຳ​ມະ​ຊາດ​ທີ່ສັກກະ​ລະ​ບູຊາ” ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ປະມານ 2.00 ຄົນ. ​ໃນ​ຂອບ​ເຂດ Festival ມີ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ກິລາ, ​ອາຫານ​ການ​ກິນຕ່າງໆ.

        ຈຸດປະສົງ​ຂອງ​ເຫດການ​ນີ້​ແມ່ນ​ເພື່ອ​ໂຄສະນາ, ​ເຜີ​ຍ​ແຜ່​ຊັບພະຍາກອນ​ປ່າ​ຂອງ ຫວຽດນາມ ​ເວົ້າ​ລວມ ​ແລະ ​ແຂວງ ດົ່ງ​ນາຍ ​ເວົ້າ​ສະ​ເພາະຢ່າງ​ກ້ວາງ​ຂວາງ, ​ເຊີດຊູ​ບັນດາ​ແຫຼ່ງຜົນ​ປະ​ໂຫຍ​ດມູນ​ຄ່າ​ເສດຖະກິດ, ຄຸນຄ່າ​ເຊິ່ງປ່ານ​ຳມາ​ໃຫ​້ມະນຸດ, ຮຽກຮ້ອງ​ໃຫ້​ທຸກ​ຄົນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປົກ​ປັກ​ຮັກ​ສາ​ປ່າ, ປົກ​ປັກ​ຮັກສາ​ຊີວະ​ນາໆ​ພັນ. ຜ່ານ Festival, ​ແຂວງ ດົ່ງ​ນາຍ​ຈະ​ສ້າງ​ບັນດາ​ຜະລິດ​ຕະພັນ​ການ​ທ່ອງ​ທ່ຽວ​ຕິດ​ພັນ​ກັບ​ປ່າ ​ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວທັງ​ຢູ່ພາຍ​ໃນ ​ແລະ​ ຕ່າງປະ​ເທດ.

ຂ່າວ/ບົດ​ອື່ນ