Festivalເດີນກາຕາຍຕືຄັ້ງທີ1

Festivalເດີນກາຕາຍຕືຄັ້ງທີ1 - ảnh 1
​ເດີນ​ກາ​ຕາຍ​ຕື ​ແມ່ນປະ​ເພດ​ສິລະ​ປະ​ພື້ນ​ເມືອງ​ທີ່​
ເປັນ​ເອກະລັກ​ສະ​ເພາະ​ຂອງ​ປະຊາຊົນ​ພາກ​ໃຕ້
photo:internet


(vovworld) -Festival ​ເດີນ​ກາ​ຕາຍ​ຕື ຈະ​ດຳ​ເນີນ​ໄປ​ຢູ່​ແຂວງ ບາກ​ລຽວ ​ແຕ່​ວັນ​ທີ 24-29/4. ນີ້​ແມ່ນ​ເຫດການ​ມີ​ຄວາມ​ໝາຍ​ພິ​ເສດ ​ເພື່ອ​ປະກອບສ່ວນ​ເຊີດ​ຊູ​ສິລະ​ປະ​ເດີນ​ກາ​ຕາ​ຕື, ຊື່​ງ​ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ເປັນ​ຕົວ​ແທນ​ຂອງ​ມວນ​ມະນຸດ. ຄາດ​ວ່າ  ຈະ​ມີ​ແຂກ​ຖືກ​ເຊີນ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ປະມານ 3000 ຄົນ ພ້ອມ​ດ້ວຍ​ນັກ​ທ່ອງ​ທ່ຽວ ​ແລະ ປະຊາຊົນ ນັບ​ໝື່ນ​ເທື່ອ​ຄົນ​ເຂົ້າ​ຮ່ວມ Festival. ​ໃນ​ຂອບ​ເຂດ Festival ຈະ​ມີ​ການ​ເຄື່ອນ​ໄຫວຕົ້ນຕໍ 20 ຢ່າງ ຈະ​ຊ່ວຍ​ນັກ​ທ່ອງ​ທ່ຽວ​ຮູ້​ຈັກ​ເຖິງ​ການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ຂອງ​ເດີນ​ກາ​ຕາ​ຕືຢູ່​ພາກ​ໃຕ້​ຫວຽດນາມ.  ທ່ານ ວື​ວລອງ​ຫວີ, ຜູ້ອຳນວຍການ​ສູນ​ກາງ​ວັດທະນະທຳ​ແຂວງ ບາກ​ລຽວ ​ໃຫ້​ຮູ້​ວ່າ:

        “​ເພື່ອ​ຂຳ່ນັບ​ຮັບ​ຕ້ອນ Festival, ທົ່ວ​ຂະ​ແຫນງວັດທະນະທຳ​ເວົ້າ​ລວມ ​ແລະ ສູນວັດທະນະທຳ​ແຂວງ ບາກ​ລຽວ ​ເວົ້າ​ສະ​ເພາະ ​ໄດ້​ສຳ​​ເລັດ​ບັນດາ​ວຽກ​ງານ​ກະກຽມ​ໃຫ້​ແກ່ Festival ​ເດີນ​ກາ​ຕາ​ຕື ລະອຽດ​ຄື: ສ້າງ​ຂະ​ບວນການ​ເດີນ​ກາ​ຕາຍ​ຕືຢູ່​ຮາກ​ຖານ, ​ເປີດ​ບັນດາຊຸດ​ຮຽນ​​ເດີນ​ກາ​ຕາຍ​ຕື​ເພື່ອ​ຮັບ​ໃຊ້ Festival, ພິ​ເສດ ​ແມ່ນ​ບັນດາ​ລາຍການ​ຕົ້ນ​ຕໍ​ຄື​: ພິທີ​ໄຂ, ພິທີ​ອັດ. ”

        ​ເດີນ​ກາ​ຕາຍ​ຕື ​ແມ່ນປະ​ເພດ​ສິລະ​ປະ​ພື້ນ​ເມືອງ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ປະຊາຊົນ​ພາກ​ໃຕ້​ຫວຽດນາມ, ປະກົດ​ອອກ ​ແລະ ພັດທະນາ​ຈາກ​ທ້າຍ​ສັດຕະວັດ​ທີ 19.  ວັນ​ທີ 5/12/2013 “ສິລະ​ປະ​ເດີນ​ກາ​ຕາຍ​ຕື” ​ໄດ້​ຮັບ​ການ​ຮັບຮອງ​ຈາ​ກອົງການ UNESCO ວ່າ ​ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​​ເປັນ​ຕົວ​ແທນ​ຂອງ​ມວນ​ມະນຸດ ​​ 13.

ຂ່າວ/ບົດ​ອື່ນ