Festivalເລີ່ມອາຊີບ ປີ2016ປຸກລຸກນ້ຳໃຈດຳເນີນທຸລະກິດໃຫ້ຊາວຫນຸ່ມ,ນັກສຶກສາ

 Festivalເລີ່ມອາຊີບ ປີ2016ປຸກລຸກນ້ຳໃຈດຳເນີນທຸລະກິດໃຫ້ຊາວຫນຸ່ມ,ນັກສຶກສາ - ảnh 1
ລາຍ​ການ​ເລີ່ມ​ອາ​ຊີບ
ພາ​ບ:songmoi.vn

(vovworld)- ​ຕອນ​ບ່າຍ​ວັນ​ທີ 9/1 ຢູ່ ຮ່າ​ໂນ້ຍ, ມີ​ຊາວ​ຫນຸ່ມ,ນັກ​ສຶກ​ສາ ກວ່າ 400 ຄົນ ໄດ້​ເຂົ້າ​ຮ່ວມ Festival  ເລີ່ມ​ອາ​ຊີບ ປີ 2016 ໂດຍ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ ຈັດ​ຕັ້ງ. ລາຍ​ການ​ເລີ່ມ​ອາ​ຊີບ ແມ່ນ​ປຸກ​ລຸກ​ນ້ຳ​ໃຈ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ໄວ​ຫນຸ່​ມ, ຍູ້​ແຮງ​ການ​ເຄື​່ອ​ນ​ໄຫ​ວ​ບຳ​ລຸງ​ຄວາມ​ຮູ້​ເລີ່ມ​ອາ​ຊີບ ກໍ​ຄື​ຊອກ​ຫາ, ຫນູນ​ຊ່ວຍ​ຜັນ​ຂະ​ຫຍາຍ​ບັນ​ດາ​ແນວ​ຄວາມ​ຄິດ​ດຳ​ເນີນ​ທຸ​ລະ​ກິດ​ໃນ​​ສະພາບ​ຕົວ​ຈິງ.  ທ່ານ ຮ່​ວາງກວາງ​ຟ່ອງ, ຮອງ​ປະ​ທານ ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫ​ວຽດ​ນາມ ຢືນ​ຢັນ​ວ່າ:

        “ອະ​ນາ​ຄົດ​ຂອງ​ປະ​ເທດ​ຊາດ ແມ່ນ​ອີງ​ໃສ່​ສ່ວນຫລາຍ​ຈາກ​ຄວາມມາ​ນະ​ພະ​ຍາ​ຍາມ​ຂອງລຸ້ນ​ຫນຸ່ມ. ພວກ​ຂ້າ​ພະ​ເຈົ້າ​ພ້ອ​ມ​ແລ້ວ​ຮ່ວມ​ກັບ​ເພື່ອນ​ຫນຸ່ມ​ໃນ​ພາ​ລະ​ກິດ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ນັກ​ທຸ​ລະ​ກິດ​ຫວຽດ​ນາມ.”

       

 

ຂ່າວ/ບົດ​ອື່ນ