Fiji ຕີຄາສູງບົດບາດ, ທີ່ຕັ້ງຂອງ ຫວຽດນາມ ຢູ່ ອາຊີ - ປາຊີຟິກ ກໍຄືຢູ່ໃນໂລກ

(VOVWORLD) - ທ່ານເອກອັກຄະລັດຖະທູດ ຫງວຽນວັນຈູງ ໃຫ້ຮູ້ວ່າ, ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປົກປັກຮັກສາ ແລະ ພັດທະນານ້ຳໃຈມິດຕະພາບລະຫວ່າງ 2 ຊາດ
Fiji ຕີຄາສູງບົດບາດ, ທີ່ຕັ້ງຂອງ ຫວຽດນາມ ຢູ່ ອາຊີ - ປາຊີຟິກ ກໍຄືຢູ່ໃນໂລກ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ນິວຊີແລນ ຫງວຽນວັນຈູງ ຍືນສານຕາຕັ້ງ
(ພາບ: TTXVN)

        ວັນທີ 30 ພຶດສະພາ, ຢູ່ນະຄອນຫຼວງ Suva ຂອງ Fiji, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ນິວຊີແລນ ຫງວຽນວັນຈູງ, ທັງຮັບຜິດຊອບ 3 ປະເທດເກາະທາງທິດໃຕ້ມະຫາສະມຸດປາຊີຟິກ, ຍືນສານຕາຕັ້ງຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຕໍ່ທ່ານປະທານາທິບໍດີ Fiji, Ratu Wiliame Maivalili Katonivere.

        ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຫງວຽນວັນຈູງ, ທ່ານປະທານາທິບໍດີ Ratu Wiliame Maivalili Katonivere ຕີລາຄາສູງບົດບາດ, ທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ ຢູ່ພາກພື້ນ ອາຊີ - ປາຊີຟິກ ກໍຄືໃນໂລກ; ທ່ານສະແດງໃຫ້ເຫັນເລື່ອງພ້ອມແລ້ວຈະສົມທົບ ແລະ ສະໜັບສະໜູນບັນດາຂໍ້ສະເໜີຂອງ ຫວຽດນາມ ຢູ່ເວທີປາໄສຫຼາຍຝ່າຍສາກົນ ແລະ ພາກພື້ນ. ທ່ານປາດຖະໜາຢາກຮ່ວມມື ແລະ ຮ່ຳຮຽນເອົາບົດບາດໃນບັນດາຂົງເຂດເຊິ່ງ ຫວຽດນາມ ມີທ່າແຮງ, ໂດຍສະເພາະແມ່ນດ້ານກະສິກຳ.

        ສ່ວນທ່ານເອກອັກຄະລັດຖະທູດ ຫງວຽນວັນຈູງ ໃຫ້ຮູ້ວ່າ, ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປົກປັກຮັກສາ ແລະ ພັດທະນານ້ຳໃຈມິດຕະພາບລະຫວ່າງ 2 ຊາດ, ຂຸດຄົ້ນຄວາມສາມາດບົ່ມຊ້ອນຢ່າງສຸດຂີດ ແລະ ການຮ່ວມມືທີ່ມີທ່າແຮງຂອງ 2 ປະເທດ. ທ່ານປາດຖະໜາວ່າ 2 ຝ່າຍຈະສ້າງເອກະສານດ້ານນິຕິກຳໂດຍໄວ, ເພື່ອສ້າງຂອບເຂດການຮ່ວມມືລະຫວ່າງ 2 ປະເທດໃນບັນດາຂົງເຂດການຄ້າ, ການລົງທຶນ, ການເງິນ ແລະ ບັນຫາກ່ຽວຂ້ອງເຖິງການໄປມາລະຫວ່າງປະຊາຊົນ 2 ປະເທດຢ່າງມີປະສິດທິຜົນກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ