Financial Times: ເສດຖະກິດ ຫວຽດນາມ ຢືນຢູ່ຕໍ່ໜ້າຈຸດເວລາຫັນປ່ຽນ

(VOVWORLD) - ປີ 2020, ເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າ ຫວຽດນາມ ໄດ້ເພີ່ມຂຶ້ນຢ່າງແຮງແມ່ນກ່ວາ 20 ຕື້ໂດລາສະຫະລັດ
 
Financial Times: ເສດຖະກິດ ຫວຽດນາມ ຢືນຢູ່ຕໍ່ໜ້າຈຸດເວລາຫັນປ່ຽນ - ảnh 1ພາບປະກອບ

ວັນທີ 9 ກໍລະກົດ, ໜັງສືພິມ Financial Times (ອັງກິດ) ໄດ້ເອົາລົງບົດຂຽນໂດຍໃຫ້ຂໍ້ສັງເກດວ່າ ພາຍຫຼັງຫຼາຍທົດສະວັດ, ເກືອບຄືວ່າໄລຍະເວລາພື້ນຖານເສດຖະກິດ ຫວຽດນາມ ຫັນປ່ຽນໄດ້ມາເຖິງແລ້ວ.

        ຕາມບົດຂຽນແລ້ວ, ຫວຽດນາມ ພວມໄດ້ຮັບແຫຼ່ງເງິນລົງທຶນຈາກຕ່າງປະເທດຕື່ມອີກ. ປີ 2020, ເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າ ຫວຽດນາມ ໄດ້ເພີ່ມຂຶ້ນຢ່າງແຮງແມ່ນກ່ວາ 20 ຕື້ໂດລາສະຫະລັດ. ໃນຊຸມປີມໍ່ໆມານີ້, ຫຼາຍກຸ່ມບໍລິສັດເຕັກໂນໂລຊີໃຫຍ່ຄື: Dell, Google, Microsoft ແລະ Apple ລ້ວນແຕ່ໄດ້ເຫັນສ່ວນໜຶ່ງຂອງລະບົບການສະໜອງໄປຍັງຫວຽດນາມ ແລະ ຈະສືບຕໍ່ທ່າຫັນປ່ຽນການຜະລິດນີ້. ວິສາຫະກິດພາຍໃນປະເທດ ໄດ້ຕັ້ງໜ້າກຳແໜ້ນກາລະໂອກາດຫັນລະບົບການສະໜອງເມື່ອຄ່າແຮງງານເພີ່ມຂຶ້ນສູງ.

        ບົດຂຽນກໍ່ຕີລາຄາວ່າ ໃນບາງທົດສະວັດມໍ່ໆນີ້, ການເຕີບໂຕໄວໃນຂົງເຂດສົ່ງອອກໄດ້ຊ່ວຍໃຫ້ປະຊາຊົນ ຫວຽດນາມ ນັບລ້ານຄົນຫລຸດພົ້ນອອກຈາກຄວາມທຸກຍາກ. ເສດຖະກິດ ຫວຽດນາມ ພວມຢູ່ໃນໄລຍະເວລາສຳຄັນທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ