Forbes ປະກາດບັນຊີລາຍຊື່ແມ່ຍິງ 100 ຄົນທີ່ມີສິດອຳນາດສູງກ່ວາໝູ່ໃນໂລກປີ 2020

(VOVWORLD) -ທ່ານນາງ Angela Merkel ນາຍົກລັດຖະມົນຕີເຢຍລະມັນ ເປັນຜູ້ນຳໜ້າ ບັນຊີລາຍຊື່ບັນດາແມ່ຍິງທີ່ມີສິດອຳນາດສູງກ່ວາໝູ່ໃນໂລກ ໃນ 10 ປີລຽນຕິດ
Forbes ປະກາດບັນຊີລາຍຊື່ແມ່ຍິງ 100 ຄົນທີ່ມີສິດອຳນາດສູງກ່ວາໝູ່ໃນໂລກປີ 2020 - ảnh 1

ບັນຊີລາຍຊື່ແມ່ຍິງ 100 ຄົນທີ່ມີສິດອຳນາດສູງກ່ວາໝູ່ໃນໂລກຂອງວາລະສານ Forbes ປີນີ້ ໄດ້ແນະນຳການນຳຍິງຫຼາຍຄົນທີ່ມີການປະກອບສ່ວນເຂົ້າໃນວຽກງານປ້ອງກັນ ແລະ ສະກັດກັ້ນ Covid- 19 . ໃນນັ້ນ ມີ ນາຍົກລັດຖະມົນຕີ ນິວເຊີແລນ, ນາຍົກລັດຖະມົນຕີ ແຟງລັນ, ປະທານທະນາຄານສູນກາງເອີລົບ, ເຈົ້າຄອງນະຄອນໂຕກຽວຂອງຍີປຸ່ນ.

     ແລະ ກໍຕາມ Forbes ແລ້ວ, ທ່ານນາງ Angela Merkel ນາຍົກລັດຖະມົນຕີເຢຍລະມັນ ເປັນຜູ້ນຳໜ້າ ບັນຊີລາຍຊື່ບັນດາແມ່ຍິງທີ່ມີສິດອຳນາດສູງກ່ວາໝູ່ໃນໂລກ ໃນ 10 ປີລຽນຕິດ. ນອກຈາກນັ້ນ, ບັນດາແມ່ຍິງ ຜູ້ໄດ້ຮັບການເຊີດຊູອື່ນໆ ກໍລວມມີ ທ່ານນາງ Kamala Harris ຮອງປະທານາທິບໍດີ ອາເມລິກາ ຜູ້ຫາກໍໄດ້ຮັບໄຊຊະນະໃນການເລືອກຕັ້ງ  ແລະ ພະລາຊີນີ ອັງກິດ Elizabeth.

ຕອບກັບ

ຂ່າວ/ບົດ​ອື່ນ