Forbesຫວຽດນາມປະກາດ30ແບບຢ່າງດີເດັ່ນປີ2016ທີ່ມີອາຍຸຕ່ຳກວ່າ30ປີ

Forbesຫວຽດນາມປະກາດ30ແບບຢ່າງດີເດັ່ນປີ2016ທີ່ມີອາຍຸຕ່ຳກວ່າ30ປີ - ảnh 1

(vovworld)- Forbesຫວຽດ​ນາມ​ປະ​ກາດ30ແບບ​ຢ່າງ​ດີ​ເດັ່ນ​ປີ2016ທີ່​ມ​ີ​ອາ​ຍຸ​ຕ່ຳ​ກວ່າ30ປີ, ນີ້​ເປັນ​ຄັ້ງ​ທີ 2 Forbes ຫວຽດ​ນາມ ຄັດ​ເລືອກ​ບັນ​ຊີ​ລາຍ​ຊື່​ດັ່ງ​ກ່າວ.  30 ຄົນ​​ທີ່ໄດ້​ຮັບ​ການ​ຄັດ​ເລືອກ​ເຂົ້າ​ບັນ​ຊີ​ລາຍ​ຊື່ ແມ່ນ​ຜູ້​ມີ​ອາ​ຍຸ​ຕ່ຳ​ກວ່າ 30 ປີ ພວມ​ເຮັດ​ວຽກ​ໃນ​ຫລາຍ​ຂົງ​ເຂດ​ແຕກ​ຕ່າງ​ກັນ ແລະ ​ເບື້ອງ​ຕົ້ນມີ​ຜົນ​ສະ​ທ້ອນ​ຢ່າງ​ຕັ້ງ​ຫນ້າ​ໃນຂ​ແຫນງ​ອາ​ຊີບ, ຂົງ​ເຂດ​ເຄື່ອນ​ໄຫວ​ຂອງ​ເຂົາ​ເຈົ້າ. ບັນ​ດາ​ແບບ​ຢ່າງ​ດີ​ເດັ່ນ​ນັ້ນ ແມ່ນ​ຄັດ​ເລືອກ​ຈາກ​ຫລາຍ​ຂົງ​ເຂດ​ແຕກ​ຕ່າງ​ກັນ, ຈາກ​ການ​ດຳ​ເນີນ​ທຸ​ລະ​ກິດ, ເລີ່ມ​ອາ​ຊີບ ເຕັກ​ໂນ​ໂລ​ຊີ​ຕະ​ຫລອດ​ຮອດ​ວິ​ທະ​ຍາ​ສາດ, ການ​ເຄື່ອນ​ໄຫວ​ສັງ​ຄົມ, ສິ​ລະ​ປະ, ດົນ​ຕີ, ບັນ​ເທິງ, ກິ​ລາ.  ທ່ານ​ນາງ ຫງວຽນ​ລານ​ແອງ, ເລ​ຂາ​ທິ​ການ ​ສຳ​ນັກວາ​ລະ​ສານ Forbes ຫວຽດ​ນາມ ຖື​ວ່າ: ນັບ​ມື້​ນັບ​ມີ​ແບບ​ຢ່າງ​ດີ​ເດັ່ນ​ຫລາຍ​ຄົນ ຊື່ງ​ແມ່ນ​ຜູ້​ເລີ່ມ​ອາ​ຊີບ​ໃນ​ບັນ​ດາ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​, ແລະ ນຳ​ໃຊ້​ອິນ​ເຕີ​ແນດເປັນ​ເຄື່ອງ​ມືເພື່ອ​ພັດ​ທະ​ນາ​ບໍ​ລິ​ການ ແລະ ລະ​ດັບ​ຜົນ​ສະ​ທ້ອນ​ໃນ​ຕະ​ຫລາດ.

ຂ່າວ/ບົດ​ອື່ນ