FTAທີ່ໄດ້ລົງນາມຈະປະກອບສ່ວນຊຸກຍູ້ການພົວພັນເສດຖະກິດ,ການຄ້າຫວຽດນາມແລະອີຢູ

FTAທີ່ໄດ້ລົງນາມຈະປະກອບສ່ວນຊຸກຍູ້ການພົວພັນເສດຖະກິດ,ການຄ້າຫວຽດນາມແລະອີຢູ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​
ຕ້ອນຮັບ​ທ່ານ Bernd Lange
(ພາບ: DinhNam)

(vovworld) – ​ຕອນ​ບ່າຍ​ວັນ​ທີ 25/8, ຢູ່ສຳນັກງານ​ສະພາ​ແຫ່ງ​ຊາດ ຫວຽດນາມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Bernd Lange ​ປະທານ​ຄະນະ​ກຳມາ​ທິການ​ການ​ຄ້າ​ສາກົນ​ຂອງ​ລັດຖະສະພາ ​ເອີຣົບ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ປາດ​ຖະໜາ​ວ່າ: ລັດຖະສະພາ ​ເອີ​ຣົບ ສືບ​ຕໍ່​ສະໜັບສະໜູນ ​ເພື່ອ​ໃຫ້ ຫວຽດນາມ ​ແລະ ອີ​ຢູ ​ເຊັນ​ສັນຍາ​ການ​ຄ້າ​ເສລີ (FTA) ​ໂດຍ​ໄວ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຊື່ອ​ໝັ້ນ​ວ່າ: ສັນຍາ FTA ຫວຽດນາມ - ອີ​ຢູ ​ທີ່ໄດ້​ລົງ​ນາມ​ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ເສດຖະກິດ, ການ​ຄ້າ​ລະ​ຫວ່າງ 2 ຝ່າຍ​​ໃຫ້​ແຂງ​ແຮງ. ທ່ານປະທານ​ຄະນະ​ກຳມາ​ທິການ​ການ​ຄ້າ​ສາກົນ​ຂອງ​ລັດຖະສະພາ ​ເອີຣົບ ຕີ​ລາຄາ​ສູງ​ເລື່ອງ ຫວຽດນາມ ​ແລະ ອີ​ຢູ ​ໄດ້​ເຊັນ​ສັນ​ຍາ​​ຮ່ວມ​ມື​ຫລາຍ​ສະບັບ ກໍ​ຄື​ພວມ​ກ້າວໄປ​ເຖິງ​ໃຫ້​ສັດຕະຍະບັນສັນຍາ FTA, ພ້ອມ​ທັງ, ​ເຊື່ອ​ໝັ້ນ​ວ່າ​: ຫວຽດນາມ ຈະ​ຕອບ​ສະໜອງ​ບັນດາ​ມາດຕະຖານ ​ເພື່ອ​ສຳ​ເລັດ​ການ​ລົງ​ນາມ​ສັນຍາ FTA ຫວຽດນາມ - ອີ​ຢູ ​ໂດຍ​ໄວ. ທ່ານ Bernd Lange ຖື​ວ່າ: 2 ຝ່າຍ​ຕ້ອງ​ຍູ້​ແຮງ ​ແລະ ຫັນ​ກົນ​ໄກ​ການ​ຮ່ວມ​ມືເປັນ​ຫລາຍ​ຮູບ​ຫລາຍ​ແບບ​ ​ກ່ວາ​ອີກ ​ເພື່ອ​ສາມາດ​ປະຕິບັດ​​ບັນດາ​ຄາດໝາຍ​ທີ່​ໄດ້​ວາງ​ອອກ​ໃນສັນຍາ FTA ​ໃຫ້​ໄດ້ຢ່າງ​ຄົບ​ຖ້ວນ.


ຂ່າວ/ບົດ​ອື່ນ