FTAຫວຽດນາມ-ສ.ເກົາຫຼີມີຜົນສັກສິດຢ່າງເປັນທາງການ

FTAຫວຽດນາມ-ສ.ເກົາຫຼີມີຜົນສັກສິດຢ່າງເປັນທາງການ - ảnh 1
ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ສ.​ເກົາ​ຫຼີ ມີ​ຜົນ​ສັກສິດ​
ຢ່າງ​ເປັນ​ທາງ​ການ ​​ເລີ່​ມແຕ່​ວັນ​ທີ 20/12
(ພາບປະກອບ)

(vovworld) – ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ສ.​ເກົາ​ຫຼີ ມີ​ຜົນ​ສັກສິດ​ຢ່າງ​ເປັນ​ທາງ​ການ ​​ເລີ່​ມແຕ່​ວັນ​ທີ 20/12. ກ່ອນ​ໜ​້ານັ້ນ, ວັນ​ທີ 16/12 ກະຊວງ​ການ​ຕ່າງປະ​ເທດ 2 ປະ​ເທດ ຫວຽດນາມ ​ແລະ ສ.​ເກົາ​ຫຼີ ​ໄດ້​ແລກ​ປ່ຽນຈົດໝາຍທາງ​ການ​ກ່ຽວ​ກັບ​ວັນ ທີ່​ສັນ​ຍາ​ການ​ຄ້າ​ເສລີ​ດັ່ງກ່າວ​ມີ​ຜົນ​ສັກສິດ. ພາຍຫລັງ ສັນຍາ​ມີ​ຜົນ​ສັກສິດ, ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ແລະ ສ.​ເກົາ​ຫຼີ ຈະ​ມີ​ເງື່ອນ​ໄຂ​ຂຸດ​ຄົ້ນ​ບັນດາບຸລິມະສິດ​ດ້ານການ​ຄ້າ, ການ​ລົງທຶນ ​ເຊິ່ງ 2 ປະ​ເທດ​ສະຫງວນ​ໃຫ້​ກັນ​ໃນ​ສັນຍາ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ການ​ຄ້າ, ການ​ລົງ​ທຶນ 2 ຝ່າຍ. ຫລັງ​ຈາກ​ນັ້ນ 2 ຝ່າຍ​ຈະ​ສ້າງ​ຕັ້ງຄະນະ​ກຳມະການ​ປະສົມ​ຂັ້ນ​ລັດຖະມົນຕີ ​ແລະ ບັນດາອະນຸ​ກຳມະການ​ທີ່​ກ່ຽວຂ້ອງກ່ຽວ​ກັບ​ການ​ຄ້າ​ສິນຄ້າ, ພາສີ, ປ້ອງ​ກັນ​ດ້ານການ​ຄ້າ…​ຕາມ​ຕົວ​ເລກ​ຂອງ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ແລ້ວ, ການ​ຄ້າ 2 ສົ້ນ​ລະຫວ່າງ ຫວຽດນາມ ​ແລະ ສ.​ເກົາ​ຫຼີ​ໄດ້​ເພີ່ມ​ຂຶ້ນ​ກ່ວາ 57 ​ເທື່ອ, ​ແຕ່ 0,5 ຕື້ USD ​ໃນປີ 1992 ຂຶ້ນ 28,8 ຕື້ USD ​ໃນປີ 2014. ສ.​ເກົາ​ຫຼີ ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ອັນ​ດັບທີ 3 ຂອງ ຫວຽດນາມ ​ແລະ ຫວຽດນາມ ​ແມ່ນ​ຕະຫລາດ​ສົ່ງ​ອອກ​ໃຫຍ່ອັນ​ດັບ​ທີ 6 ຂອງ ສ.​ເກົາ​ຫຼີ.


ຂ່າວ/ບົດ​ອື່ນ