G20 ຕົກ​ລົງ​ເຫັນ​ດີ​ສ້າງ​ກອງ​ທຶນ​ພັດ​ທະ​ນາ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ດ້ອຍ​ພັດ​ທະ​ນາ

(VOVWORLD) -ບັນດາປະເທດສະມາຊິກຂອງກຸ່ມ 20 ພື້ນຖານເສດຖະກິດໃຫຍ່ (G20) ໄດ້ເຫັນດີເປັນເອກະພາບເພີ່ມທະວີລັດທິຫຼາຍຝ່າຍ ແລະ ຊຸກຍູ້ການສ້າງກອງທຶນຊ່ວຍເຫຼືອວິວັດການພັດທະນາໃຫ້ແກ່ບັນດາປະເທດດ້ອຍພັດທະນາ, ກໍາລັງພັດທະນາ ແລະ ບັນດາປະເທດເກາະນ້ອຍ.
G20 ຕົກ​ລົງ​ເຫັນ​ດີ​ສ້າງ​ກອງ​ທຶນ​ພັດ​ທະ​ນາ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ດ້ອຍ​ພັດ​ທະ​ນາ - ảnh 1(ພາບປະກອບ: Shutter)

ວັນທີ 14 ສິງຫາ, ທ່ານລັດຖະມົນຕີກະຊວງແຜນການ ແລະ ພັດທະນາຂອງ ອິນໂດເນເຊຍ Suharso Monoarfa ໃຫ້ຮູ້ວ່າ ບັນດາປະເທດສະມາຊິກຂອງກຸ່ມ 20 ພື້ນຖານເສດຖະກິດໃຫຍ່ (G20) ໄດ້ເຫັນດີເປັນເອກະພາບເພີ່ມທະວີລັດທິຫຼາຍຝ່າຍ ແລະ ຊຸກຍູ້ການສ້າງກອງທຶນຊ່ວຍເຫຼືອວິວັດການພັດທະນາໃຫ້ແກ່ບັນດາປະເທດດ້ອຍພັດທະນາ, ກໍາລັງພັດທະນາ ແລະ ບັນດາປະເທດເກາະນ້ອຍ. ຄຳໝັ້ນສັນຍາດັ່ງກ່າວ ໄດ້ຍົກອອກມາໃນກຸ່ມປະຕິບັດການພັດທະນາ G20 (DWG) ຄັ້ງທີ 3, ເຊິ່ງຖືກຈັດຂຶ້ນຢູ່ ບາລີ ແຕ່ວັນທີທີ 10 ຫາວັນທີ 12 ສິງຫາ.

ທີ່ກອງປະຊຸມຄັ້ງນີ້ ບັນດາປະເທດສະມາຊິກ G20 ໄດ້ແລກປ່ຽນ ແລະ ແບ່ງປັນທັດສະນະກ່ຽວກັບລັດທິຫຼາຍວຝ່າຍ, ການເຕີບໂຕຂອງບັນດາປະເທດ ແລະ ບັນດາແຜນການພັດທະນາ ເພື່ອແນໃສ່ບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs). ກຸ່ມປະຕິບັດການພັດທະນາ G20 ກໍໄດ້ປືກສາຫາລືກ່ຽວກັບຍຸດທະສາດຫຼຸດຜ່ອນໂລກລະບາດໂຄວິດ - 19, ຊຸກຍູ້ວິສາຫະກິດຂະໜາດນ້ອຍ ແລະ ກາງ, ກໍຄື ຫັນເປັນເຕັກນິກດີຈີຕອນ ແລະ ພະລັງງານ.


ຕອບກັບ

ຂ່າວ/ບົດ​ອື່ນ