G20 ປຸ​ກ​ລະ​ດົ​ມ ​ຂໍ້​ລິ​ເລີ່ມ​ຍູ້​ໄວ​ການ​ສຳ​ຜັດ​ກັບ​ບັນ​ດາ​ອຸ​ປະ​ກອນ​ການ​ແພດ

(VOVWORLD) - ວັນທີ 26 ເມສາ, ກຸ່ມບັນດາປະເທດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ໄດ້ປຸກລະດົມຂໍ້ລິເລີ່ມໃໝ່ ເພື່ອແນໃສ່ຍູ້ໄວການສຳຜັດກັບບັນດາອຸປະກອນການແພດ ເພື່ອສະກັດກັ້ນໂລກລະບາດ Covid  - 19.
G20 ປຸ​ກ​ລະ​ດົ​ມ ​ຂໍ້​ລິ​ເລີ່ມ​ຍູ້​ໄວ​ການ​ສຳ​ຜັດ​ກັບ​ບັນ​ດາ​ອຸ​ປະ​ກອນ​ການ​ແພດ - ảnh 1

ນັກຄົ້ນຄ້ວາ ປຸງແຕ່ງວັກຊິນປ້ອງກັນເຊື່ອພະຍາດ Covid – 19 (ພາບ: Reuters/TTXVN)

ໃນຖະແຫຼງການປຸກລະດົມຂໍ້ລິເລີ່ມທີ່ມີຊື່ວ່າ “ຍູ້ໄວການສຳຜັດກັບອຸປະກອນການແພດຕ້ານ Covid -19 (ACT)”, ທ່ານ Mohammed al-Jadaan ລັດຖະມົນຕີການເງິນ ອາຣັບບິ ຊາອຸດິ ເຊິ່ງເປັນປະເທດພວມດຳລົງຕຳແໜ່ງປະທານໝູນວຽນ G20 ໃຫ້ຮູ້ວ່າ ບັນດາພື້ນຖານເສດຖະກິດ G20 ຍັງພວມຮ່ວມມືກັນ ແກ້ໄຂສະພາບການຂາດດຸນງົບປະມານໃຫ້ແກ່ການປ້ອງກັນ, ສະກັດກັ້ນໂລກລະບາດ, ຄາດຄະເນວ່າແມ່ນ ປະມານ 8 ຕື້ USD. ເລື່ອງເພີ່ມທະວີແຫຼ່ງງົບປະມານນີ້ ຈະຊ່ວຍຍູ້ໄວການສຳຜັດບັນດາອຸປະກອນການແພດຕ້ານໂລກລະບາດ Covid – 19.

ຕອບກັບ

ຂ່າວ/ບົດ​ອື່ນ