G20 ສ້າງກອງ​ທຶນ​ຕ້ານ​ໂລກ​ລະ​ບາດທົ່ວ​ໂລກ

(VOVWORLD) - ຫວ່າງມໍ່ໆມານີ້ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ໄດ້ເຫັນດີເປັນເອກະພາບກ່ຽວກັບຫຼັກການສ້າງກອງທຶນທົ່ວໂລກກຽມພ້ອມໃຫ້ແກ່ໂລກລະບາດ.

G20 ສ້າງກອງ​ທຶນ​ຕ້ານ​ໂລກ​ລະ​ບາດທົ່ວ​ໂລກ - ảnh 1ພາບປະກອບ: AFP/TTXVN

ຕາມຖະແຫຼງການຂອງ ອິນໂດເນເຊຍ ປະເທດປະທານ G20 ແລ້ວ, ພາຍຫຼັງກອງປະຊຸມຂັ້ນລັດຖະມົນຕີການເງິນ ຢູ່ ວໍຊິງຕັນ ທີ່ໄດ້ຈັດຂຶ້ນໃນອາທິດນີ້, G20 “ບັນລຸ ໄດ້ ຄວາມເຫັນດີເປັນເອກະພາບ” ກ່ຽວກັບການສ້າງຕັ້ງກອງທຶນໃໝ່ເພື່ອແກ້ໄຂການຂາດດຸນດ້ານການເງິນ ໃຫ້ແກ່ວຽກງານກະກຽມ, ປ້ອງກັນ, ຕ້ານ ແລະ ມີການກະທຳເພື່ອສະກັດກັ້ນໂລກລະບາດ. ຖະແຫຼງການໃຫ້ຮູ້ວ່າ ການຄັດເລືອກທີ່ມີປະສິດທິຜົນທີ່ສຸດຈະແມ່ນກອງທຶນການເງິນເປັນກາງ ຢູ່ ທະນາຄານ ໂລກ (WB) ແລະ ເປົ້າໝາຍແມ່ນປະຕິບັດກອງທຶນນີ້ໃຫ້ສົມບູນລະ ອຽດ ຢູ່ກອງປະຊຸມຂັ້ນລັດຖະມົນຕີການແພດ G20 ໃນເດືອນມິຖຸນາຈະມາເຖິງ. ເຖິງຢ່າງໃດກໍ່ຕາມ, G20 ບໍ່ໄດ້ຍົກອອກລະອຽດກ່ຽວກັບຂອບຂະໜາດຂອງກອງທຶນ, ຫຼືບົດບາດຂອງອົງການອະນາໄມໂລກ (WHO) ໃນກອງທຶນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ