G7 ຈັດ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວິ​ກິດ​ການ​ດ້ານ​ສະ​ບຽງ​ອາ​ຫານ

(VOVWORLD) -ກອງປະຊຸມໄດ້ຮັບຖືວ່າຈະສ້າງພື້ນຖານໃຫ້ແກ່ການປຶກສາຫາລື ຢູ່ກອງປະຊຸມສຸດຍອດ G7 ທີ່ແກ່ຍາວເປັນເວລາ 3 ວັນ ຄາດວ່າຈະໄດ້ຈັດຂຶ້ນຢູ່ ເຢຍລະມັນໃນວັນທີ 26 ມິຖຸນາ. 
G7 ຈັດ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວິ​ກິດ​ການ​ດ້ານ​ສະ​ບຽງ​ອາ​ຫານ - ảnh 1ທັນຍາຫານ (ພາບ: AFP/TTXVN)

ກຸ່ມ 7 ປະເທດອຸດສາຫະກຳ ພັດທະນາ (G7) ຈະຈັດກອງປະຊຸມຂັ້ນລັດຖະມົນຕີຢູ່ ເຢຍລະມັນໃນທ້າຍອາທິດໜ້າ ເພື່ອປຶກສາຫາລືກ່ຽວກັບສະພາບການຂາດສະບຽງອາຫານ ຢູ່ ພາກພື້ນ: ອາບຟຼິກກາ ໂດຍແມ່ນສະຖານທີ່ອີງໃສ່ການນຳເຂົ້າທັນຍາຫານຈາກ ຢູແກຼນ. ກອງປະຊຸມໄດ້ຮັບຖືວ່າຈະສ້າງພື້ນຖານໃຫ້ແກ່ການປຶກສາຫາລື ຢູ່ກອງປະຊຸມສຸດຍອດ G7 ທີ່ແກ່ຍາວເປັນເວລາ 3 ວັນ ຄາດວ່າຈະໄດ້ຈັດຂຶ້ນຢູ່ ເຢຍລະມັນໃນວັນທີ 26 ມິຖຸນາ. ໃນໂຄງການດຳເນີນງານຂອງກອງປະຊຸມສຸດຍອດຄັ້ງນີ້, ການວິກິດການດ້ານສະບຽງອາຫານກໍ່ແມ່ນໜຶ່ງໃນບັນດາບັນຫາຫຼັກ.

ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Yoshimasa Hayashi ພວມຊັ່ງຊາກ່ຽວກັບການເຂົ້າຮ່ວມປຶກສາຫາລືທາງໄກ ແລະ ຄາດວ່າຈະອະທິບາຍກ່ຽວກັບບັນດາມາດຕະການຂອງ ໂຕກຽວ ເພື່ອປະກອບສ່ວນເຂົ້າຄວາມມານະພະຍາຍາມລວມ ເພື່ອແກ້ໄຂວິກິດການດ້ານສະບຽງອາຫານໃນປັດຈຸບັນ ຜ່ານບັນດາກົນໄກຄື ໂຄງການສະບຽງອາຫານທົ່ວໂລກ. ຍີ່ປຸ່ນ ກໍ່ຈະຮຽກຮ້ອງໃຫ້ບັນດາຝ່າຍຫຼີກລ້ຽງບັນດາມາດຕະການຈຳກັດການສົ່ງອອກ, ເກັບແຮສະບຽງອາຫານເກີນລະດັບທີ່ຈຳເປັນ ແລະ ຊອກຫາວິທີການໜູນຊ່ວຍບັນດາປະເທດພວມພັດທະນາຊຸກຍູ້ການຜະລິດກະສິກຳ.

ຕອບກັບ

ຂ່າວ/ບົດ​ອື່ນ