G7 ຈະມີການກະທໍາທີ່ເໝາະສົມ ເພື່ອຮັບປະກັນລະບົບການເງິນ

(VOVWORLD) - ລະບົບການເງິນຍັງສາມາດຟື້ນຟູ, ພ້ອມທັງໃຫ້ຮູ້ວ່າ ຈະສືບຕໍ່ສົມທົບກັນຕິດຕາມການຜັນແປຕ່າງໆໃນຂະແໜງການເງິນ.
G7 ຈະມີການກະທໍາທີ່ເໝາະສົມ ເພື່ອຮັບປະກັນລະບົບການເງິນ - ảnh 1 ປະຊາຊົນໄປຊື້ເຄື່ອງຢູ່ ຮ້ານຊັບພະສິນຄ້າຢູ່  Duesseldorf, ເຢຍລະມັນ (ພາບ: AFP/TTXVN)

ໃນຖະແຫຼງການຮ່ວມພາຍຫຼັງກອງປະຊຸມທີ່ດໍາເນີນເປັນເວລາ 3 ວັນ, ແຕ່ວັນທີ 11 – 13 ພຶດສະພາ, ຢູ່ Niigata (ຍີ່ປຸ່ນ), ລັດຖະມົນຕີກະຊວງການເງິນ ກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ໃຫ້ຂໍ້ສັງເກດວ່າ ລະບົບການເງິນຍັງສາມາດຟື້ນຟູ, ພ້ອມທັງໃຫ້ຮູ້ວ່າ ຈະສືບຕໍ່ສົມທົບກັນຕິດຕາມການຜັນແປຕ່າງໆໃນຂະແໜງການເງິນ.

ຖະແຫຼງການຮ່ວມ ຊີ້ແຈ້ງວ່າ ບັນດາປະເທດ G7 ພ້ອມແລ້ວທີ່ຈະປະຕິບັດການເຄື່ອນໄຫວທີ່ເໝາະສົມ ເພື່ອຮັກສາສະຖຽນລະພາບດ້ານການເງິນທົ່ວໂລກ. ຜູ້ຕາງໜ້າບັນດາປະເທດ G7 ກໍໃຫ້ຮູ້ວ່າ ຈະເລີ່ມປະຕິບັດຄວາມມານະພະຍາຍາມຕ່າງໆເພື່ອສ້າງລະບົບສະໜອງ ກັບບັນດາປະເທດທີ່ພວມພັດທະນາໃນທ້າຍປີນີ້. ຖະແຫຼງການສະບັບດັ່ງກ່າວກໍ່ຖືວ່າ ບັນດາປະເທດ G7 ຕ້ອງປະຕິບັດນະໂຍບາຍເສດຖະກິດມະຫາພາກໃຫ້ມີໄຫວພິບ ໃນສະພາບການເສດຖະກິດທົ່ວໂລກ ນັບມື້ນັບບໍ່ແນ່ນອນຄືປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ