G-7 ປຶກສາ​ຫາລື​ກ່ຽວ​ກັບ​ວິ​ກິດ​ການ ​ໜີ້ສາທາລະນະ​ຂອງເອີ​ລົບ

G-7 ປຶກສາ​ຫາລື​ກ່ຽວ​ກັບ​ວິ​ກິດ​ການ ​ໜີ້ສາທາລະນະ​ຂອງເອີ​ລົບ - ảnh 1

(ພາບ:baobinhdinh.com.vn)

(TTX)- ບັນດາ​ທ່ານ​ລັດຖະມົນຕີ​ກະຊວງ​ການ​ເງິນ ​ແລະ ຜູ້​ວ່າການ​ທະນາຄານ​ສູນ​ກາງ​ກຸ່ມ 7 ປະ​ເທດ​ອຸດສາຫະກຳ​ພັດທະນາ (G-7) ຊື່​ງລວມມີ​ອັງກິດ, ຝະລັ່ງ, ​ເຢຍລະ​ມັນ, ອີ​ຕາ​ລີ, ການ​ນາ​ດາ ​ແລະ ຍີ່ປຸ່ນ ​ໄດ້​ພົບ​ປະກັນ​ຢູ່​ນອກ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ກອງ​ທຶນ​ເງິນຕາ​ສາກົນ (IMF) ​ແລະ ທະນາຄານ​ໂລກ (WB) ຊື່​ງພວມ​ດຳ​ເນີນ​ໄປ​ຢູ່​​ນະຄອນ​ຫຼວງໂຕ​ກຽວ ປະ​ເທດ​ຍີ່ປຸ່ນ ​ເພືອປຶກສາ​ຫາລື​ກ່ຽວ​ກັບວິ​ກິດ​ການ​ໜິ້ສາທາລະນະ​ຂອງເອີ​ລົບ ​ແລະ ສະພາບ​ຂາດ​ສະຖຽນ​ລະ​ພາບ​ດ້ານ​ການ​ເ​ເງິນ​ຢູ່​ອາ​ເມ​ລິ​ກາ. ທີ່​ການ​ພົບ​ປະ, ຍີ່ປຸ່ນ ​ໄດ້​ຮຽກຮ້ອງ​ໃຫ້ G-7 ຈົ່ງສືບ​ຕໍ່​ນຳ​ໃຊ້​ບັນດາ​ມາດ​ຕະການ​ທີ່​ເປັນ​ເອກະ​ພາບນຳ​ກັນ​ກ່ອນ​ນີ້​ກ່ຽວ​ກັບ​ວິທີ​ການ​ແກ້​ໄຂວິ​ກິດ​ການ​ໜິ້ສາທາ ລະນະ​ຂອງເອີ​ລົບ, ພິ​ເສດ​ແມ່ນ​ເລື່ອງບັນດາ​ປະ​ເທດ​ສະມາຊິກ​ຈະ​ຮັກສາ​ກົນ​ໄກ​ແລກປ່ຽນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ຕິດຕາມ​ກວດກາ​ບັນດາ​ການ​ຫັນປ່ຽນ​ດ້ານ​ເສດຖະກິດ-​ການ​ເງິນ​ໂລກ​ແຕ່​ນີ້​ຈົນຮອດ​ເວລາ​ດຳ​ເນີນ​ການ​ປະຊຸມ​ຂອງບັນດາ​​ລັດຖະມົນຕີ​ກະຊວງ​ການ​ເງິນ G-20 ຢູ່​ເມ​ຊິກ​ໂກ ​ໃນ​ເດືອນ​ໜ້າ. ນອກຈາກ​ບັນຫາໜິ້ສາທາລະນະ​ຂອງເອີ​ລົບ ​ແລ້ວ, ບັນດາ​ທ່ານ​ລັດຖະມົນຕີ​ກະຊວງ​ການ​ເງິນ ​ແລະ ຜູ້​ວ່າການ​ທະນາຄານ​ສູນ​ກາງ​ກຸ່ມ 7 ປະ​ເທດ​ອຸດສາຫະກຳ​ພັດທະນາ (G-7) ກໍ່​ສຸມ​ໃສ່​ປຶກສາ​ຫາລື​ສະພາບ​ຂາດ​ສະຖຽນ​ລະ​ພາບ​ດ້ານ​ການ​ເງິນ​ຢູ່​ອາ​ເມ​ລິ​ກາ ຍ້ອນບັນດາຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ການ​ເພີ່ມ​ພາສີ ​ແລະ ຫລຸດຜ່ອນ​ຄ່າ​ໃຊ້​ຈ່າ​ຍ​ໃນຕົ້ນປີໜ້າ​ຕາມ​ກົດໝາຍ​ວ່າ​ດ້ວຍ​ງົບປະມານ​ທີ່​ພວມປະກາດ​ໃຊ້​ໃນ​ປະຈຸ​ບັນ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ