G7 ມາ​ນະ​ພະ​ຍາ​ຍາມ​ຟື້ນ​ຟ​ູ​ເສດ​ຖະ​ກິດ​ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ທີ່ກອງປະຊຸມທາງອອນລາຍດັ່ງກ່າວ, ບັນດາການນຳການເງິນ G7 ໄດ້ປຶກສາຫາລືກ່ຽວກັບບັນດາເສົາຄ້ຳໃນນະໂຍບາຍເສດຖະກິດມະຫາພາກ ເພື່ອແນໃສ່ຫຼຸດຜ່ອນຜົນກະທົບຈາກໂລກລະບາດໂຄວິດ - 19, ກໍ່ຄືໜູນຊ່ວຍບັນດາປະເທດທີ່ມີລາຍຮັບຕ່ຳ ໃນນັ້ນມີບັນດາມາດຕະການຫຼຸດຜ່ອນໜິ້ສິນ.
G7 ມາ​ນະ​ພະ​ຍາ​ຍາມ​ຟື້ນ​ຟ​ູ​ເສດ​ຖະ​ກິດ​ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ານນາງ ລັດຖະມົນຕີກະຊວງການເງິນ ອາເມລິກາ Janet Yellen (ພາບ: AFP/TTXVN)

ວັນທີ 12 ກຸມພາ, ບັນດາການນຳດ້ານການເງິນຂອງກຸ່ມບັນດາປະເທດອຸດສາຫະກຳພັດທະນາ G7 ໄດ້ປຶກສາຫາລືບັນດາວິທີການເພື່ອແນໃສ່ເພີ່ມທະວີການຮ່ວມມື ເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກດ້ານເສດຖະກິດ ຈາກໂລກລະບາດໂຄວິດ - 19. ນີ້ແມ່ນກອງປະຊຸມຄັ້ງທຳອິດຂອງບັນດາລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານບັນດາປະເທດ G7 ນັບແຕ່ເວລາ ທ່ານນາງ ລັດຖະມົນຕີກະຊວງການເງິນ ອາເມລິກາ Janet Yellen ຮັບດຳລົງຕຳແໜ່ງນີ້ ພາຍຫຼັງທ່ານ ປະທານາທິບໍດີ ອາເມລິກາ Joe Biden ສາບານຕົວເຂົ້າດຳລົງຕຳແໜ່ງເປັນປະທານາທິບໍດີ ອາເມລິກາຢ່າງເປັນທາງການ ໃນວັນທີ 20 ມັງກອນທີ່ຜ່ານມາ.

ທີ່ກອງປະຊຸມທາງອອນລາຍດັ່ງກ່າວ, ບັນດາການນຳການເງິນ G7 ໄດ້ປຶກສາຫາລືກ່ຽວກັບບັນດາເສົາຄ້ຳໃນນະໂຍບາຍເສດຖະກິດມະຫາພາກ ເພື່ອແນໃສ່ຫຼຸດຜ່ອນຜົນກະທົບຈາກໂລກລະບາດໂຄວິດ - 19, ກໍ່ຄືໜູນຊ່ວຍບັນດາປະເທດທີ່ມີລາຍຮັບຕ່ຳ ໃນນັ້ນມີບັນດາມາດຕະການຫຼຸດຜ່ອນໜິ້ສິນ.

ທ່ານນາງ Janet Yellen ໄດ້ເລັ່ງບັນດາການນຳດ້ານການເງິນຂອງ G7 ຈົ່ງເພີ່ມທະວີການປະຕິບັດບັນດາບ້ວງເງິນກະຕຸກຊຸກຍູ້ການເງິນ, ພ້ອມທັງຢັ້ງຢືນວ່າ ອຳນາດການປົກຄອງຂອງ ທ່ານ ປະທານາທິບໍດີ ອາເມລິກາ Joe Biden ຈະເດີນຕາມບັນດາຄຳໝັ້ນສັນຍາຫຼາຍຝ່າຍ ແລະ ຮັບມືກັບສະພາບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ