G7 ຢັ້ງຢືນຄືນໃຫມ່ຄຳໝັ້ນສັນຍາກ່ຽວກັບອັດຕາແລກປ່ຽນເງິນຕາ ແລະ ຍົກສູງກຳລັງຄວາມສາມາດຮັບມືກັບໂລກລະບາດ

(VOVWORLD) -ບັນດາທ່ານລັດຖະມົນຕີກະຊວງສາທາລະນະສຸກ G7 ໄດ້ເຫັນດີກ່ຽວກັບສົນທິສັນຍາ, ໃນນັ້ນ ສຸມໃສ່ການຮ່ວມມືການຕິດຕາມກວດກາ ແລະ ມີມາດຕະການແກ້ໄຂຢ່າງວ່ອງໄວ
G7 ຢັ້ງຢືນຄືນໃຫມ່ຄຳໝັ້ນສັນຍາກ່ຽວກັບອັດຕາແລກປ່ຽນເງິນຕາ ແລະ ຍົກສູງກຳລັງຄວາມສາມາດຮັບມືກັບໂລກລະບາດ - ảnh 1ບັນດາລັດຖະມົນຕີການເງິນ ແລະຜູ້ວ່າການທະນາຄານສູນກາງກຸ່ມ G7 ໃນໂອກາດເຂົ້າຮ່ວມກອງປະຊຸມ ເມື່ອວັນທີ 19 ພຶດສະພາປີ 2022 ຢູ່ ເຢຍລະມັນ. (ພາບ: AFP/TTXVN)

ວັນທີ 20 ພຶດສະພາ, ບັນດາທ່ານລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ ກຸ່ມບັນດາພື້ນຖານອຸດສາຫະກຳພັດທະນາແຖວຫນ້າໂລກ (G7) ໄດ້ໃຫ້ຄຳໝັ້ນສັນຍາຈະຕິດຕາມກວດກາຕະຫລາດຢ່າງເຄັ່ງຄັດ ພາຍຫລັງການຜັນແປມໍ່ໆມານີ້ ພ້ອມທັງຢັ້ງຢືນຄືນໃຫມ່ວ່າ ຈະວາງອອກບັນດາຄຳໝັ້ນສັນຍາທີ່ໄດ້ຍົກອອກມາກ່ຽວກັບອັດຕາແລກປ່ຽນເງິນຕາ.

ໃນແຈ້ງການຮ່ວມຍົກອອກມາພາຍຫລັງກອງປະຊຸມ ຊື່ງໄດ້ດຳເນີນຢູ່ ນະຄອນ Koenigswinter ປະເທດ ເຢຍລະມັນ, ບັນດາວົງການເຈົ້າຫນ້າທີ່ທະນາຄານ -ການເງິນ G7 ໄດ້ຢັ້ງຢືນຈະສືບຕໍ່ຕິດຕາມຢ່າງແຫນ້ນແຟ້ນບັນດາຕະຫລາດ ແລະ ຢັ້ງຢືນຄືນຄຳໝັ້ນສັນຍາກ່ຽວກັບອັດຕາການແລກປ່ຽນເງິນຕາ ຊື່ງໄດ້ຍົກອອກມາໃນເດືອນພຶດສະພາປີ 2017.

ໃນວັນດຽວກັນ, ບັນດາທ່ານລັດຖະມົນຕີກະຊວງສາທາລະນະສຸກ G7 ໄດ້ເຫັນດີກ່ຽວກັບສົນທິສັນຍາ, ໃນນັ້ນ ສຸມໃສ່ການຮ່ວມມືການຕິດຕາມກວດກາ ແລະ ມີມາດຕະການແກ້ໄຂຢ່າງວ່ອງໄວເພື່ອແນໃສ່ຍົກສູງກຳລັງຄວາມສາມາດຮັບມືກັບຄວາມສ່ຽງໂລກລະບາດອາດຈະລະບາດຂຶ້ນຄືນໃຫມ່ໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ