G7 ສ້າງ​ຕັ້ງ​ກອງ​ທຶນ​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ ເພື່ອ​ແນ​ໃສ່​ຫລຸດ​ປ່ອນ​ອາຍ​ເສຍກາກບອນ

(VOVWORLD) - ກອງທຶນນີ້ຈະຖືກນຳໃຊ້ເພື່ອຊ່ວຍບັນດາປະເທດພວມພັດທະນາ   ແລະ ຫາກໍ່ພົ້ນເດັ່ນຂຶ້ນຢູ່ເຂດໃຕ້ໜ່ວຍໂລກ ເພີ່ມທະວີຄວາມສາມາດນຳໃຊ້ຊັບພະຍາຍອນ...
G7 ສ້າງ​ຕັ້ງ​ກອງ​ທຶນ​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ ເພື່ອ​ແນ​ໃສ່​ຫລຸດ​ປ່ອນ​ອາຍ​ເສຍກາກບອນ - ảnh 1

(ພາບປະກອບ: oreanda)

   ວັນທີ 29 ກັນຍາ, ສຳນັກຂ່າວສານ Kyodo ຂອງ ຍີ່ປຸ່ນ ໄດ້ຄັດສະເໜີແຫຼ່ງຂ່າວໂດຍໃຫ້ຮູ້ວ່າ ກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7)  ຈະສ້າງຕັ້ງກອງທຶນໜູນຊ່ວຍບັນດາປະເທດພວມພັດທະນາ  ສ້າງລະບົບສະໜອງບັນດາຜະລິດຕະພັນຈຳເປັນ ໃຫ້ແກ່ວິວັດການຫລຸດຜ່ອນອາຍເສຍກາກບອນຢ່າງແຮງ.

ກອງທຶນນີ້ຈະຖືກນຳໃຊ້ເພື່ອຊ່ວຍບັນດາປະເທດພວມພັດທະນາ   ແລະ ຫາກໍ່ພົ້ນເດັ່ນຂຶ້ນຢູ່ເຂດໃຕ້ໜ່ວຍໂລກ ເພີ່ມທະວີຄວາມສາມາດນຳໃຊ້ຊັບພະຍາຍອນ ແລະ ຜະລິດບັນດາປະເພດສິນຄ້າຈຳເປັນ ຕາມທິດຫລຸດຜ່ອນປະລິມານອາຍເສຍກາກບອນຄື: ຖ່ານແສງຕາເວັນ ແລະ ຖ່ານລົດໄຟຟ້າ. ຄາດວ່າ ຍີ່ປຸ່ນ ຈະປະກອບຈຳນວນເງິນ 5 ລ້ານ USD ເຂົ້າກອງທຶນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ