G7 ອອກ​ຖະ​ແຫຼງ​ການ​ກ່າວ​ປະ​ນາມ ສ​ປ​ປ.ເກົາຫຼີ ທົດ​ລອງ​ລູກ​ສອນ​ໄຟນຳ​ວິ​ຖີ

(VOVWORLD) - ຖະແຫຼງການໄດ້ເນັ້ນໜັກວ່າ ບັນດາເຫດຍິງທົດລອງລູກສອນໄຟຂອງ ສປປ.ເກົາຫຼີ ແມ່ນລະເມີດຫຼາຍມະຕິຂອງ ສະພາຄວາມໝັ້ນຄົງ ສປຊ ພ້ອມທັງຮຽກຮ້ອງໃຫ້ປະເທດນີ້ ຈົ່ງລະງັບໃຈ ຕໍ່ບັນດາການກະທຳເກາະຜິດ.
G7 ອອກ​ຖະ​ແຫຼງ​ການ​ກ່າວ​ປະ​ນາມ ສ​ປ​ປ.ເກົາຫຼີ ທົດ​ລອງ​ລູກ​ສອນ​ໄຟນຳ​ວິ​ຖີ - ảnh 1ສປປ.ເກົາຫຼີ ຍິງທົດລອງລູກສອນໄຟນຳວິຖີ (ພາບ: Reuters)

ວັນທີ 13 ກໍລະກົດ, ລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຂຶ້ນກັບກຸ່ມບັນດາພື້ນຖານເສດຖະກິດພັດທະນາແຖວໜ້າໂລກ (G7) ໄດ້ອອກຖະແຫຼງການກ່າວປະນາມການທົດລອງລູກສອນໄຟນຳວິຖີຂ້າມທະວີບ ໃນຫວ່າງມໍ່ໆມານີ້ຂອງ ສປປ.ເກົາຫຼີ.

ຖະແຫຼງການຂອງ ລັດຖະມົນຕີການຕ່າງປະເທດບັນດາປະເທດ G7 ໃຫ້ຮູ້ວ່າ ສປປ.ເກົາຫຼີ ສືບຕໍ່ເປີດກວ້າງກຳລັງຄວາມສາມາດດ້ານນິວເຄຼຍ ແລະ ລູກສອນໄຟນຳວິຖີຂອງປະເທດນີ້ ກໍ່ຄືເພີ່ມທະວີບັນດາການກະທຳສ້າງຄວາມຂາດສະຖຽນລະພາບ. ຖະແຫຼງການໄດ້ເນັ້ນໜັກວ່າ ບັນດາເຫດຍິງທົດລອງລູກສອນໄຟຂອງ ສປປ.ເກົາຫຼີ ແມ່ນລະເມີດຫຼາຍມະຕິຂອງ ສະພາຄວາມໝັ້ນຄົງ ສປຊ ພ້ອມທັງຮຽກຮ້ອງໃຫ້ປະເທດນີ້ ຈົ່ງລະງັບໃຈ ຕໍ່ບັນດາການກະທຳເກາະຜິດ. ລັດຖະມົນຕີການຕ່າງປະເທດ ບັນດາປະເທດ G7 ອີກຄັ້ງໜຶ່ງ ໄດ້ຮຽກຮ້ອງໃຫ້ ສປປ.ເກົາຫຼີ ລົບລ້າງອາວຸດນິວເຄຼຍ, ໂຄງການນິວເຄຼຍ ກໍ່ຄືໂຄງການອາວຸດລ້າງຜານ ແລະ ອາວຸດນຳວິຖີຂອງປະເທດນີ້ຢ່າງສິ້ນເຊິງ, ອາດຈະກວດສອບ ແລະ ບໍ່ອາດຈະຕ່າວປິ້ນໄດ້. ບັນດາລັດຖະມົນຕີ ການຕ່າງປະເທດກໍ່ຮຽກຮ້ອງໃຫ້ ສປປ.ເກົາຫຼີ ປະຕິບັດພັນທະຂອງຕົນຕາມມະຕິຂອງ ສະພາຄວາມໝັ້ນຄົງ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ