G7 ຮຽກ​ຮ້ອງ​ໃຫ້​ໂລກ ປ່ຽນ​ແປງວິ​ທີ​ການ​ຄຸ້ມ​ຄອງ​ພື້ນ​ຖານ​ເສດ​ຖະ​ກິດ

(VOVWORLD) -  ການຄຸ້ມຄອງພື້ນຖານເສດຖະກິດໂລກ ຕ້ອງມີການດັດປັບຢ່າງຮອບດ້ານ ເພື່ອແນໃສ່ຮັບປະກັນໃຫ້ໂລກ ສາມາດຮັບມືກັບຜົນກະທົບໜັກໜ່ວງທາງດ້ານເສດຖະກິດ ແລະ ສາທາລະນະສຸກໃນອະນາຄົດ, ກໍຄືສິ່ງທ້າທາຍຈາກການປ່ຽນແປງຂອງດິນຟ້າອາກາດ.

 ນີ້ແມ່ນຂໍ້ສັງເກດຂອງຜູ້ໃຫ້ຄຳປຶກສາສັງກັດກຸ່ມ 7 ປະເທດອຸດສາຫະກຳພັດທະນາ (G7) ໄດ້ຍົກອອກມາໃນວັນທີ 13 ຕຸລາ.

G7 ຮຽກ​ຮ້ອງ​ໃຫ້​ໂລກ ປ່ຽນ​ແປງວິ​ທີ​ການ​ຄຸ້ມ​ຄອງ​ພື້ນ​ຖານ​ເສດ​ຖະ​ກິດ - ảnh 1ກອງປະຊຸມລັດຖະມນົຕີການເງິນ G7 ໃນວັນທີ 4/6/2021 ຢູ່ ລອນດອນ (ພາບ: AFP/TTXVN)
 ຕາມກຸ່ມຄະນະຜູ້ໃຫ້ຄຳປຶກສາຂອງ G7 ແລ້ວ, ບັນຫາລະບົບການສະໜອງ, ການແຈກຢາຍວັກຊິນ, ການເຂົ້າເຖິງແຫຼ່ງແຮ່ທາດທີ່ສຳຄັນ, ໄພນາບຂູ່ໃນເຄືອຂ່າຍອິນເຕີເນັດ, ອາກອນດີຈີຕອນ, ຊັບສິນເງິນດີຈີຕອນ ແລະ ການປ່ຽນແປງຂອງດິນຟ້າອາກາດ ພວມວາງອອກສິ່ງທ້າທາຍ ເຊິ່ງເຮັດໃຫ້ໂລກຕ້ອງມີການປ່ຽນແປງວິທີການຄຸ້ມຄອງພື້ນຖານເສດຖະກິດ. ທ່ານ Mark Sedwill, ອະດີດຜູ້ໃຫ້ຄຳປຶກສາຄວາມໝັ້ນຄົງແຫ່ງຊາດ ຂອງ ອັງກິດ, ທັງເປັນຫົວໜ້າຄະນະໃຫ້ຄຳປຶກສາກ່ຽວກັບການຟື້ນຟູເສດຖະກິດຂອງ G7 ຖືວ່າ ກຸ່ມນີ້ ຄວນຮ່ວມມືນຳກັນຢ່າງມີປະສິດທິຜົນກວ່າ ເພື່ອກຳນົດ ແລະ ຄຸ້ມຄອງຄວາມສ່ຽງທີ່ຫາກໍປະກົດຂຶ້ນໃໝ່.

        ຄະນະໃຫ້ຄຳປຶກສາກໍໃຫ້ຂໍ້ສະເໜີແນະວ່າ ຄວນເພີ່ມທະວີການລົງທຶນໃສ່ພື້ນຖານໂຄງລ່າງ ແລະ ການຄົ້ນຄວ້າໃໝ່ ເພື່ອຮັບປະກັນຫຼັກການການຄ້າໜູນຊ່ວຍບັ້ນຕໍ່ຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ໃຫ້ຄຳໝັ້ນສັນຍາແບ່ງປັນຂໍ້ມູນຂ່າວສານ, ຄົ້ນຫາທີ່ມາ ແລະ ວາງອອກບັນດາການປະຕິຮູບມາດຖານສຳລັບແຮ່ທາດສຳຄັນຊະນິດຕ່າງໆໃນການວິວັດທະນາການຫັນປ່ຽນຂຽວ.

ຕອບກັບ

ຂ່າວ/ບົດ​ອື່ນ