G7 ເພີ່ມ​ການ​ອຸ​ປະ​ຖຳ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປ​ງ​ຂອງ ດິນ​ຟ້າ​ອາ​ກາດ

(VOVWORLD) -ໃນຖະແຫຼງການສິ້ນສຸດກອງປະຊຸມ, G7 ເຫັນດີເປັນເອກະພາບວ່າ ຮອດປີ 2025 ຈະເພີ່ມແຫຼ່ງກຳລັງດ້ານການເງິນໃຫ້ບັນດາປະເທດກຳລັງພັດທະນາຂຶ້ນທົບ 2 ເທົ່າ ເພື່ອແນໃສ່ໜູນຊ່ວຍປະເທດເຫຼົ່ານີ້ແກ້ໄຂຜົນເສຍຫາຍຍ້ອນການປ່ຽນແປງຂອງດິນຟ້າອາກາດ. 
G7 ເພີ່ມ​ການ​ອຸ​ປະ​ຖຳ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປ​ງ​ຂອງ ດິນ​ຟ້າ​ອາ​ກາດ - ảnh 1ບັນດາລັດຖະມົນຕີກະຊວງດິນຟ້າອາກາດ, ສິ່ງແວດລ້ອມ ແລະ ພະລັງງານຂອງກຸ່ມບັນດາປະເທດອຸດສາຫະກຳພັດທະນາ (ພາບ: AFP/TTXVN)

ວັນທິ 27 ພຶດສະພາ, ບັນດາລັດຖະມົນຕີກະຊວງດິນຟ້າອາກາດ, ສິ່ງແວດລ້ອມ ແລະ ພະລັງງານຂອງກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ໄດ້ສິ້ນສຸດກອງປະຊຸມທີ່ແກ່ຍາວເປັນເວລາ 2 ວັນຢູ່ນະຄອນຫຼວງ Berlin (ປະເທດ ເຢຍລະມັນ).

ບັນດາລັດຖະມົນຕີ G7 - ລວມມີ ອາເມລິກາ, ຍີ່ປຸ່ນ, ການາດາ, ອັງກິດ, ອີຕາລີ, ຝຣັ່ງ ແລະ ເຢຍລະມັນ ໄດ້ຮັບຮອງເອົາຫຼາຍມາດຕະການສຳຄັນເພື່ອແນໃສ່ເພີ່ມທະວີການປ້ອງກັນດິນຟ້າອາກາດ. ໃນຖະແຫຼງການສິ້ນສຸດກອງປະຊຸມ, G7 ເຫັນດີເປັນເອກະພາບວ່າ ຮອດປີ 2025 ຈະເພີ່ມແຫຼ່ງກຳລັງດ້ານການເງິນໃຫ້ບັນດາປະເທດກຳລັງພັດທະນາຂຶ້ນທົບ 2 ເທົ່າ ເພື່ອແນໃສ່ໜູນຊ່ວຍປະເທດເຫຼົ່ານີ້ແກ້ໄຂຜົນເສຍຫາຍຍ້ອນການປ່ຽນແປງຂອງດິນຟ້າອາກາດ. ຈຸດສຳຄັນໜຶ່ງທີ່ບັນດາລັດຖະມົນຕີ G7 ຮັບຮອງເອົາແມ່ນເປັນຄັ້ງທຳອິດທີ່ຄຳໝັ້ນສັນຍາກ່ຽວກັບເປົ້າໝາຍຜະລິດແຫຼ່ງໄຟຟ້າປອດກາກບອນ ຮອດປີ 2035, ເພື່ອມຸ່ງໄປເຖິງການຢຸດຕິການນຳໃຊ້ພະລັງງານໄຟຟ້າຈາກຖ່ານຫີນ. G7 ກໍຈະຢຸດຕິການອຸປະຖຳໃຫ້ແກ່ການເຄື່ອນໄຫວຜະລິດເຊື້ອໄຟຟອດຊິວຮອດປີ 2022.


ຕອບກັບ

ຂ່າວ/ບົດ​ອື່ນ