G7 ເລີ່ມ​ຕົ້ນ​ຂໍ້​ລິ​ເລີ່ມ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ທົ່ວ​ໂລກ

(VOVWORLD) -  ໃນກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ໄດ້ດຳເນີນຢູ່ Borgo Egnazia - ພາກໃຕ້ ອີຕາລີ, ບັນດາການນຳຂອງກຸ່ມໄດ້ໃຫ້ຄຳໝັ້ນສັນຍາເພີ່ມທະວີຄວາມມານະພະຍາຍາມປ້ອງກັນ, ຕ້ານການຂາດສານອາຫານໃນທົ່ວໂລກ.
G7 ເລີ່ມ​ຕົ້ນ​ຂໍ້​ລິ​ເລີ່ມ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ທົ່ວ​ໂລກ - ảnh 1ບັນດາການນຳ G7 ໂຮມປະຊຸມ (ພາບ: TTXVN)

ຄຳໝັ້ນສັນຍາດັ່ງກ່າວໄດ້ຍົກອອກມາໃນສະພາບການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ພວມເຮັດໃຫ້ບັນດາບັນຫາກ່ຽວກັບສະບຽງອາຫານໃນທົ່ວໂລກຮ້າຍແຮງຕື່ມອີກ.

        ຕາມຮ່າງຖະແຫຼງການ ທີ່ໄດ້ປະກາດໃນວັນທີ 14 ມິຖຸນາ, G7 ຈະຊຸກຍູ້ຂໍ້ລິເລີ່ມລະບົບອາຫານ G7 Apulia (AFSI) ເພື່ອແນໃສ່ຜ່ານຜ່າບັນດາຮົ້ວກີດຂວາງ “ທີ່ມີລັກສະນະໂຄງສ້າງ”  ສຳລັບຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພສະນາການ. ຂໍ້ລິເລີ່ມນີ້ ສຸມໃສ່ບັນດາປະເທດທີ່ມີລາຍຮັບຕ່ຳ ແລະ ໜູນຊ່ວຍບັນດາໂຄງການຢູ່ ອາຟະລິກາ.

        ບັນດາປະເທດຝ່າຍຕາເວັນຕົກ ກໍໄດ້ໃຫ້ຄຳໝັ້ນສັນຍາຕໍ່ເລື່ອງຫຼຸດອັດຕາດອກເບ້ຍເງິນກູ້ໃຫ້ບັນດາປະເທດທຸກຍາກກວ່າ ຜ່ານບັນດາກົນໄກຄື ຫຼຸດຜ່ອນໜີ້ສິນຂອງບັນປະເທດພວມພັດທະນາເພື່ອແລກເອົາບັນດາໂຄງການ “ສີຂຽວ” ເພື່ອປົກປັກຮັກສາບັນດາລະບົບນິເວດສຳຄັນ.

ຕອບກັບ

ຂ່າວ/ບົດ​ອື່ນ