G7 ເຫັນ​ດີ​ຈັດ​ວາງລາ​ຄາ​ເພ​ດານ​ນ້ຳ​ມັນ​ຂອງ​ລັດ​ເຊຍ 60USD/ຖັງ​

(VOVWORLD) -ໃນວັນທີ 2 ທັນວາ, ກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ແລະ ອົດສະຕາລີ ໃຫ້ຮູ້ວ່າ ໄດ້ເຫັນດີເປັນເອກະພາບກ່ຽວກັບການຈັດວາງລາຄາເພດານສຳລັບນ້ຳມັນລັດເຊຍ ຢູ່ລະດັບ60USD/ຖັງ, ຄາດວ່າໄວສຸດແມ່ນຈະເລີ່ມນຳໃຊ້ໃນວັນທີ 5 ທັນວາ. ມາດຕະການນີ້ ເພື່ອແນໃສ່ຫຼຸດຜ່ອນລາຍຮັບຂອງມົດສະກູ.
G7 ເຫັນ​ດີ​ຈັດ​ວາງລາ​ຄາ​ເພ​ດານ​ນ້ຳ​ມັນ​ຂອງ​ລັດ​ເຊຍ 60USD/ຖັງ​ - ảnh 1ພາບ: Reuters/TTXVN

ຖະແຫຼງການຮ່ວມຂອງກຸ່ມ G7 ແລະ ອົດສະຕາລີ ໄດ້ຍົກອອກມາບໍ່ດົນພາຍຫຼັງທີ່ໂປໂລຍ ປະກາດວ່າເຫັນດີກັບແຜນການຄ້າຍຄືກັນຂອງ ສະຫະພາບເອີລົບ (EU), ຕາມນັ້ນແລ້ວ ແມ່ນຮັກສາລາຄາເພດານສຳລັບນ້ຳມັນລັດເຊຍ ໃຫ້ຕ່ຳກ່ວາລາຄາຕະຫຼາດຢ່າງໜ້ອຍສຸດແມ່ນ 5%. ກ່ອນໜ້ານັ້ນ, Warsaw ໄດ້ສະເໜີວ່າ: ລາຄາເພດານຄວນຢູ່ໃນລະດັບຕ່ຳສຸດເທົ່າທີ່ຈະເປັນໄປໄດ້. ພາຍຫຼັງການກະທຳຂອງ Warsaw ທີ່ກ່າວມາຂ້າງເທິງນັ້ນ, ສ.ເຊັກໂກ ເຊິ່ງເປັນປະເທດປະທານ EU ໃຫ້ຮູ້ວ່າ ໄດ້ຜັນຂະຫຍາຍບັນດາລະບຽບການກ່ຽວກັບເອກະສານຕ່າງໆເພື່ອໃຫ້ 27 ປະເທດສະມາຊິກ EU ຮັບຮອງເອົາຂໍ້ຕົກລົງນີ້ຢ່າງເປັນທາງການໃນ 2ມື້ທ້າຍອາທິດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ