G7 ເຫັນ​ດີ​ເປັນ​ເອ​ກະ​ພາບ​ຮ່ວມ​ມື​ກັນ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ວັນທີ 25 ມີນາ ທ່ານ Toshimitsu Motegi ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ຢັ້ງຢືນວ່າ ລັດຖະບານກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ໄດ້ຢັ້ງຢືນຄືນໃໝ່ວ່າ ຈະຮ່ວມມືກັນມານະພະຍາຍາມຮັບມືກັບໂລກລະບາດ ໂຄວິດ - 19 ໃນທົ່ວໂລກ.
G7 ເຫັນ​ດີ​ເປັນ​ເອ​ກະ​ພາບ​ຮ່ວມ​ມື​ກັນ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1 ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ shinzo Abe ເຂົ້າຮ່ວມກອງປະຊຸມ ອອນລາຍຂອງກຸ່ມ G7 (ພາບ: anninhthudo.vn)

 ທ່ານ Toshimitsu Motegi ໄດ້ຍົກອອກຄຳຖະແຫຼງດັ່ງກ່າວ ໃນບົດກ່າວປາໄສກັບວົງການສື່ມວນຊົນ ພາຍຫຼັງກອງປະຊຸມອອນລາຍກັບຄູ່ຕຳແໜ່ງບັນດາປະເທດ G7.

ກ່ຽວກັບບັນຫາດັ່ງກ່າວ, ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ Dominic Raab ກໍໃຫ້ຮູ້ວ່າ ລັດຖະມົນຕີການຕ່າງປະເທດບັນດາປະເທດ  G7 ໄດ້ເຫັນດີເປັນເອກະພາບກ່ຽວກັບບັນດາບຸລິມະສິດໃນການຮັບມືກັບໂລກລະບາດໂຄວິດ - 19, ໃນນັ້ນ ມີຄວາມມານະພະຍາຍາມປົກປ້ອງພື້ນຖານເສດຖະກິດທົ່ວໂລກ, ໜູນຊ່ວຍບັນດາປະເທດທີ່ມີຄວາມສ່ຽງສູງກວ່າເພິ່ນ, ຜະລິດວັກຊີນ ແລະ ອະນຸຍາດໃຫ້ແກ່ພົນລະເມືອງທີ່ຖືກຕິດຄ້າງຢູ່ຕ່າງປະເທດໄດ້ກັບເມືອປະເທດຢ່າງປອດໄພ.

ຕອບກັບ

ຂ່າວ/ບົດ​ອື່ນ