G7ພ້ອມແລ້ວທີ່ຈະເຈລະຈາກັບລັດເຊຍຕ້ານກໍ່ການຮ້າຍແລະແກ້ໄຂວິກິດການສາກົນ

G7ພ້ອມແລ້ວທີ່ຈະເຈລະຈາກັບລັດເຊຍຕ້ານກໍ່ການຮ້າຍແລະແກ້ໄຂວິກິດການສາກົນ - ảnh 1
(ພາບ​ປະ​ກອບ: RT)

(vovworld) - ​ວັນ​ທີ 11/04, ໃນ​ຖະ​ແຫຼງ​ການ​ຮ່ວ​ມ​ສິ້ນ​ສຸດກອງ​ປະ​ຊຸມ​ຢູ່ Lucca, ປະ​ເທດ​ອີ​ຕາ​ລີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທ​ດ​ກຸ່ມ​ບັນ​ດາ​ປະ​ເທດ​ອຸດ​ສາ​ຫະ​ກຳ​ພັດ​ທະ​ນາ​ແຖວ​ໜ້າ​ຂອງ​ໂລກ (G7) ໄດ້​ເຫັນ​ດີ​ນຳ​ກັນ​ຕໍ່ຫຼັກ​ໝັັ້ນ​ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​​ຖື​ລັກ​ສະ​ນະ​ສ້າງ​ສັນກັບ​ລັດ​ເຊຍ ໃນ​ບັ້ນ​ຮົບ​ຕ້ານກໍ່​ການ​ຮ້າຍ ແລະ ສົມ​ທົບ​ກັນ​ແກ້​ໄຂ​ບັນ​ດາ​ວິ​ກິດ​ການ​ໃນ​ໂລກ, ກ່ອນ​ອື່​ນ​ໝົດ​ແມ່ນ​ຢູ່​ຊີ​ຣີ. ຖະ​ແຫຼງ​ການ​ຮ່ວ​ມ​ຊີ້​ແຈ​້ງທັດ​ສະ​ນະ​ຂອງ G7 ໂດຍ​ຖື​ວ່າ, ລັດ​ເຊຍ ມີ​ຄວາມ​ສາ​ມາດ​ຊ່ວຍແກ້​ໄຂ “ສະ​ພາບ​ສັບ​​ສົນ” ຢູ່​ຊີ​ຣີ, ​ບຸກ​ໂຈມ​ຕີຕີ​ອົງ​ການ​ລັດ​ອິດ​ສະ​ລາມ (IS) ​ເວົ້າ​ສະ​ເພາະ ແລະ ລັດ​ທິກໍ່​ການ​ຮ້າຍ​ສາ​ກົນ​ເວົ້າ​ລວ​ມ ໃຫ້​ປະ​ລາ​ໄຊ. ບັນ​ດາ​ປະ​ເທດ G7 ລ້ວນ​ແຕ່​ຖື​ວ່າ, ຖ້າ​​ບໍ່​ມີການ​ເ​ຂົ້າ​ຮ່ວມ​ຂອງ​ລັດ​ເຊຍ, ຈ​ະ​ບໍ່​​ສາ​ມາດແກ້​ໄຂ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ​ທີີ່​ຮີບ​ດ່ວນ​​ໃນ​ປະ​ຈຸ​ບັນ​ໄດ້, ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ສ້າງ​ການ​ພົວ​ພັນ​ຢ່າງ​ຕັ້ງ​ໜ້າ​ກັບ​ລັດ​ເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ