G7ວິຕົກກັງວົນກ່ຽວກັບບັນດາຄວາມເຄ່ັງຕຶງຢູ່ທະເລຕາເວັນອອກ

 G7ວິຕົກກັງວົນກ່ຽວກັບບັນດາຄວາມເຄ່ັງຕຶງຢູ່ທະເລຕາເວັນອອກ - ảnh 1
ການນຳບັນດາປະເທດ ກຸ່ມ G7
photo:vtv.vn


(vovworld)- ວັນ​ທີ 5/6, ການ​ນຳ​ກຸ່ມ​ບັນດາ​ປະ​ເທດ​ອຸດສາຫະກຳ​ຊັ້ນ​ນຳ​ຂອງ​ໂລກ​(G7) ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ບັນດາ​ຄວາມ​​ເຄັ່ງ​ຕຶງ​ພວມ​ເກີດ​ຂຶ້ນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລ​ຮວາ​ຕຸ​ງ. ຖະ​ແຫລ​ງການ​ຂອງ​ກອງ​ປະຊຸມ​ສຸດ​ຍອດ G7 ພາຍຫລັງ​ປະຊຸມ​ໃນ​ມື້​ທຳ​ອິດຊື່​ງ​ດຳ​ເນີນ​ໄປ​ຢູ່​ນະຄອນຫລວງ Brussels ປະ​ເທດ ​ແບນ​ຊີກ ​ຊີ້​ແຈ້ງວ່າ: G7 ຄັດຄ້ານ ບໍ່​ວ່າ​ຝ່າຍ​ໃດ ຊອກ​ຫາ​ວິທີ​ປະກາດອະທິປະ​ໄຕ​ຜ່ານ​ການ​ກະທຳ​ນາບ​ຂູ່, ບັງຄັບ ຫລື ນຳ​ໃຊ້​ກຳລັງ​ອາວຸດ ຕາມ​ລຳພັງ​ຝ່າຍ​ດຽວ. ຖະ​ແຫລ​ງການ​ຍັງ​ຮຽກຮ້ອງ​ບັນດາ​ຝ່າຍ​ຈົ່ງ​ປະຕິບັດ​ຕາມ​ກົດໝາຍ​ສາກົນ​ໃນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງ.

ຖະ​ແຫລ​ງການ​ດັ່ງກ່າວ​​ຖືກ​ຍົກ​ອອກ​​ມາ​ໃນ​ສະພາ​ບການ ຈີນ ພວມ​ເພີ່ມ​ການ​ກະທຳ​ຕາມ​ລຳພັງ​ຝ່າຍ​ດຽວ​ບົນ​ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລ ຮວາ​ຕຸ​ງ, ​ໃນ​ນັ້ນ ມີ​ເລື່ອງ​ຕັ້ງຮ້ານ​​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫລ່​ທະວີບ​ຂອງ​ຫວຽດນາມ ຢູ່ ທະ​ເລ​ຕາ​ເວັນອອກ.

 

ຂ່າວ/ບົດ​ອື່ນ