GDP 6 ເດືອນ​ຕົ້ນ​ປີ ເພີ່ມ​ຂຶ້ນ 3,72%

(VOVWORLD) - ໃນສະພາບການເສດຖະກິດໂລກປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ເສດຖະກິດ - ສັງຄົມ ຫວຽດນາມ ໃນ 6 ເດືອນຕົ້ນປີ ຍັງບັນລຸໄດ້ບັນດາໝາກຜົນທີ່ເປັນໜ້າຊື່ນຊົມ.
GDP 6 ເດືອນ​ຕົ້ນ​ປີ ເພີ່ມ​ຂຶ້ນ 3,72% - ảnh 1ການຖະແຫຼງຂ່າວ (ພາບ: cand.com.vn)

ຕົວເລກໂດຍກົມໃຫຍ່ສະຖິຕິ (ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ) ປະກາດໃນຕອນເຊົ້າວັນທີ 29 ມິຖຸນາ ໄດ້ສະແດງໃຫ້ເຫັນວ່າ ຍອດຜະລິດຕະພັນພາຍໃນປະເທດ (GDP) 6 ເດືອນຕົ້ນປີ 2023 ເພີ່ມຂຶ້ນ 3,72%. ໃນນັ້ນ, ລະດັບເພີ່ມຂຶ້ນຍອດມູນຄ່າຂອງທົ່ວພື້ນຖານເສດຖະກິດ, ເຂດກະສິກຳ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳເພີ່ມຂຶ້ນ 3,07% ປະກອບ 9,28%, ເຂດການບໍລິການເພີ່ມຂຶ້ນ 6,33%, ປະກອບ 78,85%. ທ່ານນາງ ຫງວຽນທິເຮືອງ, ຫົວໜ້າກົມໃຫຍ່ສະຖິຕິ ຫວຽດນາມ ຕີລາຄາວ່າ: ໃນສະພາບການເສດຖະກິດໂລກປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ເສດຖະກິດ - ສັງຄົມ ຫວຽດນາມ ໃນ 6 ເດືອນຕົ້ນປີ ຍັງບັນລຸໄດ້ບັນດາໝາກຜົນທີ່ເປັນໜ້າຊື່ນຊົມ, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຮັບປະກັນໄດ້ຄວາມສົມດຸນໃຫຍ່, ໄພເງິນເຟີ້ໄດ້ຮັບການຄວບຄຸມຢູ່ລະດັບທີ່ເໝາະສົມ.

ຕອບກັບ

ຂ່າວ/ບົດ​ອື່ນ