GDP ໃນໄຕມາດທີ 1 ຂອງຫວຽດນາມ ເພີ່ມຂຶ້ນ 4,48%

(VOVWORLD) -ຍອດຜະລິດຕະພັນພາຍໃນປະເທດ (GDP) ໃນໄຕມາດທີ 1 ຂອງຫວຽດນາມ ຄາດວ່າບັນລຸ 4,48% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020
GDP ໃນໄຕມາດທີ 1 ຂອງຫວຽດນາມ ເພີ່ມຂຶ້ນ 4,48% - ảnh 1ກອງປະຊຸມຂ່າວປະກາດຕົວເລກສະຖິຕິເສດຖະກິດ-ສັງຄົມ ໄຕມາດທີ 1 ປີ 2021
(ພາບ: qdnd.vn)

ຍອດຜະລິດຕະພັນພາຍໃນປະເທດ (GDP) ໃນໄຕມາດທີ 1 ຂອງຫວຽດນາມ ຄາດວ່າບັນລຸ 4,48% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020, ເປັນການສະແດງໃຫ້ເຫັນຄວາມມານະພະຍາຍາມປະຕິບັດໜ້າທີ່ຄວບຄູ່ - “ທັງປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ-19, ທັງພັດທະນາເສດຖະກິດ”. ຜູ້ຕາງໜ້າກົມໃຫຍ່ສະຖິຕິ, ກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫາປະກາດຂໍ້ມູນດັ່ງກ່າວທີ່ກອງປະຊຸມຂ່າວປະກາດຕົວເລກສະຖິຕິເສດຖະກິດ-ສັງຄົມ ໄຕມາດທີ 1 ປີ 2021, ໃນຕອນເຊົ້າວັນທີ 29 ມີນາ, ຢູ່ຮ່າໂນ້ຍ.

        ຈາການຜັນແປທາງດ້ານເສດຖະກິດໃນໄຕມາດທີ 1 ນັ້ນ, ເພື່ອບັນລຸເປົ້າໝາຍການເຕີບໂຕ 6,5% ຂອງທັງປີ 2021 ຕ້ອງມີການຮ່ວມແຮງຮ່ວມໃຈຂອງລັດຖະບານ, ວິສາຫະກິດ ແລະ ປະຊາຊົນ. ທ່ານນາງ ຫງວຽນທິຮືອງ, ຫົວໜ້າກົມໃຫຍ່ສະຖິຕິ, ກະຊວງແຜນການ ແລະ ການລົງທຶນຫວຽດນາມ, ເນັ້ນໜັກວ່າ.

        “ໜູນຊ່ວຍວິສາຫະກິດແກ້ໄຂຄວາມຫຍຸ້ງຍາກໃນຂອບຈຳໜ່າຍຜະລິດຕະພັນຄື: ຊອກຫາ, ເປີດກວ້າງຕະຫຼາດສົ່ງອອກ, ໜູນຊ່ວຍດ້ານພາສີ, ຄ່າສົ່ງອອກ, ກະຕຸນການຈຳໜ່າຍຢູ່ພາຍໃນປະເທດ… ຂຸດຄົ້ນ, ນຳໃຊ້ກາລະໂອກາດຈາກບັນດາສັນຍາການຄ້າໃໝ່ ເພື່ອຊອກຫາມາດຕະການພັດທະນາຕະຫຼາດ ແລະ ແກ້ໄຂຮົ້ວກີດຂວາງເພື່ອແຊກຊຶມເຂົ້າບັນດາຕະຫຼາດໃໝ່… ພ້ອມກັນນັ້ນ, ບໍລິຫານນະໂຍບາຍເງິນຕາ, ດອກເບ້ຍ, ອັດຕາລາຄາຢ່າງມີໄຫວພິບ, ລະມັດລະວັງ, ເໝາະສົມກັບການຜັນແປຂອງຕະຫຼາດຢູ່ພາຍໃນປະເທດ ແລະ ສາກົນ”.

ຕອບກັບ

ຂ່າວ/ບົດ​ອື່ນ