GDP ໄຕ​ມາ​ດ​ທີ II/2022 ຂອງ ຫວຽດ​ນາມ ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ 7,72%, ສູງ​ທີ່​ສຸດ​ໃນ​ກວ່າ 1 ທົດ​ສະ​ວັດ​ຜ່ານ​ມາ

(VOVWORLD) -GDP ໄຕມາດທີ II ຄາດວ່າບັນລຸລະດັບເຕີບໂຕ 7,72% ເມື່ອທຽບໃສ່ໄລຍະດຽວກັນຂອງປີກອ່ນ, ສູງກວ່າລະດັບເຕີບໂຕ ຂອງໄຕມາດທີ 2 ຂອງຊຸມປີໃນໄລຍະ 2011 – 2021. ສະເລ່ຍ 6 ເດືອນຕົ້ນປີ, GDP ຂອງ ຫວຽດນາມ ບັນລຸລະດັບ 6,42%, ສູງກວ່າ ລະດັບເຕີບໂຕ ຂອງໄລຍະດຽວກັນປີ 2020 ແລະ 2021.
GDP ໄຕ​ມາ​ດ​ທີ II/2022 ຂອງ ຫວຽດ​ນາມ ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ 7,72%, ສູງ​ທີ່​ສຸດ​ໃນ​ກວ່າ 1 ທົດ​ສະ​ວັດ​ຜ່ານ​ມາ - ảnh 1ໃນລະດັບເຕີບໂຕ ລວມຂອງທົ່ວພື້ນຖານເສດຖະກິດ, ຂົງເຂດກະສິກຳ, ປ່າໄມ້ ແລະ ສິນໃນນ້ຳ; ຂົງເຂດອຸດສາຫະກຳ ແລະ ກໍ່ສ້າງ; ຂົງເຂດການບໍລິການ ລ້ວນແຕ່ມີລະດັບເຕີບໂຕທີ່ໜ້າປະທັບໃຈ (ພາບ: TTXVN)

ຕອນເຊົ້າວັນທີ 29 ມິຖຸນາ, ກົມໃຫຍ່ສະຖິຕິ ຫວຽດນາມ ໄດ້ຈັດກອງປະຊຸມຖະແຫຼງຂ່າວກ່ຽວກັບສະພາບການເສດຖະກິດ 6 ເດືອນຕົ້ນປີ 2022. ຕາມນັ້ນແລ້ວ, GDP ໄຕມາດທີ II ຄາດວ່າບັນລຸລະດັບເຕີບໂຕ 7,72% ເມື່ອທຽບໃສ່ໄລຍະດຽວກັນຂອງປີກອ່ນ, ສູງກວ່າລະດັບເຕີບໂຕ ຂອງໄຕມາດທີ 2 ຂອງຊຸມປີໃນໄລຍະ 2011 – 2021. ສະເລ່ຍ 6 ເດືອນຕົ້ນປີ, GDP ຂອງ ຫວຽດນາມ ບັນລຸລະດັບ 6,42%, ສູງກວ່າ ລະດັບເຕີບໂຕ ຂອງໄລຍະດຽວກັນປີ 2020 ແລະ 2021.

        ຕາມທ່ານນາງ ຫງວຽນທິເຮືອງ, ຫົວໜ້າກົມໃຫຍ່ສະຖິຕິ ແລ້ວ, ໃນລະດັບເຕີບໂຕ ລວມຂອງທົ່ວພື້ນຖານເສດຖະກິດ, ຂົງເຂດກະສິກຳ, ປ່າໄມ້ ແລະ ສິນໃນນ້ຳ; ຂົງເຂດອຸດສາຫະກຳ ແລະ ກໍ່ສ້າງ; ຂົງເຂດການບໍລິການ ລ້ວນແຕ່ມີລະດັບເຕີບໂຕທີ່ໜ້າປະທັບໃຈ. ໃນນັ້ນ, ຂະແໜງອຸດສາຫະກຳປຸງແຕ່ງ, ປະດິດສ້າງຍັງສືບຕໍ່ແມ່ນກຳລັງໜູນການເຕີບໂຕຂອງທົ່ວພື້ນຖານເສດຖະກິດ ດ້ວຍລະດັບການເຕີບໂຕບັນລຸເກືອບ 9,7%. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນທ່ວງທ່າການຟື້ນຟູຢ່າງແຮງຂອງເສດຖະກິດ ຫວຽດນາມ ໃນໄລຍະຜ່ານມາ.

 

ຕອບກັບ

ຂ່າວ/ບົດ​ອື່ນ