GMS ຄັ້ງ​ທີ 7 ຊຸກ​ຍູ້​ການ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ທົດ​ສະ​ວັດ​ໃໝ່

(VOVWORLD) -ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hunsen ຈະເປັນປະທານກອງປະຊຸມສຸດຍອດການຮ່ວມມືອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ (GMS) ຄັ້ງທີ 7, ເຊິ່ງຄາດວ່າຈະດຳເນີນແບບທາງໄກໃນວັນທີ 09 ກັນຍາ.
GMS ຄັ້ງ​ທີ 7 ຊຸກ​ຍູ້​ການ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ທົດ​ສະ​ວັດ​ໃໝ່ - ảnh 1ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hunsen ຈະເປັນປະທານກອງປະຊຸມສຸດຍອດການຮ່ວມມືອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ (GMS) ຄັ້ງທີ 7 (ພາບ: AFP/TTXVN)

ຕາມແຈ້ງການສື່ມວນຊົນໃນວັນທີ 7 ກັນຍາ ຂອງກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ ແລ້ວ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hunsen ຈະເປັນປະທານກອງປະຊຸມສຸດຍອດການຮ່ວມມືອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ (GMS) ຄັ້ງທີ 7, ເຊິ່ງຄາດວ່າຈະດຳເນີນແບບທາງໄກໃນວັນທີ 09 ກັນຍາ.

ການນຳບັນດາປະເທດທີ່ຈະເຂົ້າຮ່ວມ GMS ຄັ້ງທີ 7 ລວມມີ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ; ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີສຽນ; ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ; ທ່ານປະທານບໍລິຫານສະພາແຫ່ງລັດ ມຽນມາ Min Ang Hlaing; ທ່ານນາຍົກລັດຖະມົນຕີ ໄທ ປະຢຸດ ຈັນໂອຊາ ແລະ ທ່ານປະທານທະນາຄານ ພັດທະນາ ອາຊີ (ADB) Masatgusu Asakawa.

ກອງປະຊຸມມີຫົວຂໍ້ “GMS: ສ້າງກຳລັງແຮງໃໝ່ເພື່ອຮັບມືກັບບັນດາສິ່ງທ້າທາຍໃນທົດສະວັດໃໝ່”, ກອງປະຊຸມຈະພິຈາລະນາວິວັດທະນາການຮ່ວມມືໃນພາກພື້ນ, ພ້ອມທັງຂຶ້ນແຜນການກຳນົດທິດ ແລະ ການເຄື່ອນໄຫວໃນ 3 ປີຈະມາເຖິງພາຍໃຕ້ການໜູນຊ່ວຍຂອງ ADB.


 

ຕອບກັບ

ຂ່າວ/ບົດ​ອື່ນ