Google ເຊີດ​ຊູ​ອ່າ​ວ​ຮະ​ລອງ

(VOVWORLD) - ທັດສະນີຍະພາບ ອ່າວຮະລອງ ໄດ້ປະກົດຂຶ້ນໂດຍເຕັມໄປດ້ວຍຄວາມຈັບອົກຈັບໃຈໃນບົດຂຽນດັ່ງກ່າວ ແລະ ໄດ້ຮັບການຂະໜານນາມວ່າ “ເໝືອນດັ່ງບັນດາຊັບສິນອັນລ້ຳຄ່າຂອງຊາດ ຫວຽດນາມ”.


Google ເຊີດ​ຊູ​ອ່າ​ວ​ຮະ​ລອງ - ảnh 1(Google Doodles)

ໂດຍແມ່ນອັນຄົບຮອບ 29 ປີ ທີ່ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ຮັບຮອງວ່າ ອ່າວຮະລອງ ຂອງຫວຽດນາມ ແມ່ນມໍລະດົກທຳມະຊາດໂລກ, ວັນທີ 17 ທັນວາ,  Google ໄດ້ເລືອກເອົາພາບພູຜາປ່າໄມ້ທະເລທີ່ສວຍງາມຂອງອ່າວຮະລອງ ເປັນຮູບ ສັນຍາລັກ ຊົ່ວຄາວ.

ໃນບົດຂຽນແນະນຳກ່ຽວກັບອ່າວຮະລອງ, Google ໄດ້ຄັດສະເໜີເນື້ອໃນເລົ່າຂຽນປາກຕໍ່ປາກກ່ຽວກັບປະຫວັດຄວາມເປັນມາຂອງເຂດອ່າວດັ່ງກ່າວ ດ້ວຍສອງຄຳ “ຮະລອງ” ເຊິ່ງເປັນບ່ອນທີ່ມັງກອນ - ສັກສິດບິນລົງ, ສິ່ງໂລກມະນຸດອັນໄດ້ສ້າງເປັນບັນດາຮ່ອມພູທີ່ໃຫຍ່ໂຕມະໂຫຖານ, ມີນ້ຳເຕັມ ພ້ອມດ້ວຍບັນດາສາຍພູທີ່ພົ້ນຂຶ້ນເທິງໜ້ານ້ຳ. ສະຖານທີ່ແຫ່ງນີ້ລວມມີເກາະດອນນ້ອຍໃຫຍ່ເກືອບ 2.000 ໜ່ວຍ ແລະ ເປັນບ່ອນດຳລົງຊີວິດຂອງສັດສາວາສິ່ງນາໆຊະນິດ.

ທັດສະນີຍະພາບ ອ່າວຮະລອງ ໄດ້ປະກົດຂຶ້ນໂດຍເຕັມໄປດ້ວຍຄວາມຈັບອົກຈັບໃຈໃນບົດຂຽນດັ່ງກ່າວ ແລະ ໄດ້ຮັບການຂະໜານນາມວ່າ “ເໝືອນດັ່ງບັນດາຊັບສິນອັນລ້ຳຄ່າຂອງຊາດ ຫວຽດນາມ”.

ຕອບກັບ

ຂ່າວ/ບົດ​ອື່ນ