Hack4Growth 2021 - ການເສັງປ່ຽນແປງໃໝ່ປະດິດຄິດສ້າງ ດຶງດູດການເຂົ້າຮ່ວມຂອງນັກສຶກສາຫວຽດນາມ ທີ່ພວມຮ່ຳຮຽນຢູ່ຕ່າງປະເທດເປັນຈຳນວນຫຼາຍ

(VOVWORLD) -ບັນດາໂຄງການມີຄວາມເປັນໄປໄດ້ສູງຈະໄດ້ຮັບການໜູນຊ່ວຍ ແລະ ຊ່ວຍພັດທະນາບັນດາໂຄງການນັ້ນຢູ່ໃນລະດັບສາກົນ.
Hack4Growth 2021 - ການເສັງປ່ຽນແປງໃໝ່ປະດິດຄິດສ້າງ ດຶງດູດການເຂົ້າຮ່ວມຂອງນັກສຶກສາຫວຽດນາມ ທີ່ພວມຮ່ຳຮຽນຢູ່ຕ່າງປະເທດເປັນຈຳນວນຫຼາຍ - ảnh 1ການໂອ້ລົມທົນທະນາ Hack4Growth Kick-off 2021 ທາງອອນລາຍ
(ພາບ: TTXVN)

ດ້ວຍເປົ້າໝາຍຊຸກຍູ້ລະບົບຊີວະພາບ startup ປະດິດຄິດສ້າງ, Hack4Growth ແມ່ນການເສັງປ່ຽນແປງໃໝ່ປະດິດຄິດສ້າງທົ່ວໂລກໄດ້ຮັບການຈັດຕັ້ງຂຶ້ນປະຈຳປີ  ໂດຍອົງການວິທະຍາສາດ ແລະ ນັກຊ່ຽວຊານຫວຽດນາມ ທົ່ວໂລກ (AVSE Global) ປະຕິບັດ. ການເສັງປີນີ້ມີຊື່ວ່າ Hack4Growth Unlimited! ມຸ່ງໄປເຖິງເປົ້າໝາຍຊຸກຍູ້ລະບົບຊີວະພາບ startup ຢູ່ຫວຽດນາມ, ຊຸກຍູ້ການພັດທະນາແບບຍືນຍົງຂອງປະເທດຊາດ ຜ່ານການພັດທະນາບັນດາມາດຕະການແກ້ໄຂຕົວຈິງ ແລະ ມຸ່ງໄປເຖິງປະຊາຄົມ. ບັນດາໂຄງການມີຄວາມເປັນໄປໄດ້ສູງຈະໄດ້ຮັບການໜູນຊ່ວຍ ແລະ ຊ່ວຍພັດທະນາບັນດາໂຄງການນັ້ນຢູ່ໃນລະດັບສາກົນ.

        Hack4Growth ພາກພື້ນອົດສະຕາລີ ຈະດຳເນີນໃນແຕ່ວັນທີ 14 ເມສາ ຫາວັນທີ 12 ມິຖຸນາ, ຜັນຂະຫຍາຍພ້ອມກັບບັນດາພາກພື້ນອື່ນຢູ່ ອາເມລິກາເໜືອ, ເອີລົບ, ຍີ່ປຸ່ນ ແລະ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ