Hezbola ຈະຍິງລູກຈະຫຼວດໃສ່ ອິດສະຣາແອນຖ້າຫາກວ່າ ອິດສະຣາແອນ ບຸກໂຈມຕີລີບັງ

Hezbola ຈະຍິງລູກຈະຫຼວດໃສ່ ອິດສະຣາແອນຖ້າຫາກວ່າ ອິດສະຣາແອນ ບຸກໂຈມຕີລີບັງ - ảnh 1

ກຳລັງ Hezbola

(ພາບ: abcnews.go.com)

(VOV)- ​ວັນ​ທີ 25/11, ທ່ານ Sayyed Hassan Nasrallah ຫົວໜ້າ​ຂະ​ບວນການ​ອິດສະ​ລາມ Hezbola ຢູ່ລີ​ບັງ​ ໄດ້​ອອກ​ສຽງ​ກ່າວ​​ເຕືອນອິດສະຣາ​ແອນ ວ່າ​ຈະ​ຍິງ​ລູກ​ຈະ​ຫຼວດນັບ​ພັນ​ລູກ​ໃສ່​ນະຄອນຫຼວງ Tel Aviv ​ແລະ ນະຄອນ​ອື່ນໆ​ຢູ່​ປະ​ເທດ​ນີ້ຖ້າ​ຫາກ​ວ່າ​ອິດສະຣາ​ແອນ ບຸກ​ໂຈມ​ຕີ​ລີ​ບັງ. ຕາມ​ທ່ານ ​ Nasrallah ​ແລ້ວ, ບັນດາ​ລູກ​ຈະ​ຫຼວດຍິງ​ທຳລາຍ​ອິດສະຣາ​ແອນ ​ໃນ​ການ​ປະ​ທະກັນ​ຢຸ່​ເຂດ​ກາ​ຊາ ​ມີ​ໄລຍະ​ຍິງ​ພຽງ​ແຕ່ 40-70 ກມ​ເທົ່າ​ນັ້ນ, ​ໃນ​ຂະນະ​ທີ່ Hezbola ອາດ​ຈະ​ບຸກ​ໂຈມ​ຕີ​ເຂົ້າບໍ່​ວ່າ​ແຫ່ງ​ໃດ, ຈາ​ກ​ເຂດ​ຊາຍ​ແດນ​ທາງ​ທິດ​ເໜືອຕະຫຼອດ​ຮອດ​ທ່າ​ກຳ​ປັ່ນ Eilat ຢູ່​ທາງ​ພາກ​ໃຕ້​ອິດສະຣາ​ແອນ. ​ໃນ​ປີ 2006, Hezbola ​ເຄີຍ​ທຳ​ການ​ຕໍ່ສູ້​ກັບອິດສະຣາ​ແອນ ​ໃນ​ເວລາ 34 ວັນ ​ແລະ ​ໃນ​ເດືອນ​ກ່ອນ, Hezbola ​ໄດ້​ສົ່ງ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ໄປ​ສອດ​ແນມ​ອິດສະຣາ​ແອນ.

 

 

ຂ່າວ/ບົດ​ອື່ນ