Houthi ບຸກ​ໂຈມ​ຕີ​ກຳ​ປັ່ນ ອັງ​ກິດ​ຢູ່​ເຂດ​ທະ​ເລ​ແດງ

(VOVWORLD) - ໂຄສົກ Al Houthi ທ່ານໜຶ່ງຢັ້ງຢືນວ່າ ການບຸກໂຈມຕີໄດ້ຍິງຖືກເປົ້າໝາຍ ແລະ ເຮັດໃຫ້ກຳປັ່ນລຳດັ່ງກ່າວ ໄດ້ຮັບຜົນເສຍຫາຍ
Houthi ບຸກ​ໂຈມ​ຕີ​ກຳ​ປັ່ນ ອັງ​ກິດ​ຢູ່​ເຂດ​ທະ​ເລ​ແດງ - ảnh 1ກຳປັ່ນ Merlin Luanda  ຂອງອັງກິດ ຖືກບຸກໂຈມຕີ (ພາບ:  AFP/TTXVN)

ຕອນຄ່ຳວັນທີ 15 ກຸມພາ, ກຳລັງ Al Houthi ຢູ່ເຢແມນ ໄດ້ປະກາດ ປະຕິບັດບັ້ນບຸກໂຈມຕີດ້ວຍລູກສອນໄຟເລັ່ງໃສ່ກຳປັ່ນຂອງ ອັງກິດຢູ່ເຂດ ທະເລແດງ ໃນວັນດຽວກັນ. ລະອຽດແມ່ນ, ກົມກອງສູ້ຮົບທາງທະເລຂອງ Al Houthi ໄດ້ຍິງລູກສອນໄຟຈຳນວນໜຶ່ງ ເລັ່ງໃສ່ກຳປັ່ນ LYCAVITOS ຂອງ ອັງກິດ ເມື່ອກຳປັ່ນລຳນີ້ ພວມເດີນທາງໃກ້ອ່າວ Aden. ໂຄສົກ Al Houthi ທ່ານໜຶ່ງຢັ້ງຢືນວ່າ ການບຸກໂຈມຕີໄດ້ຍິງຖືກເປົ້າໝາຍ ແລະ ເຮັດໃຫ້ກຳປັ່ນລຳດັ່ງກ່າວ ໄດ້ຮັບຜົນເສຍຫາຍ

ກ່ອນໜ້ານ້ັນ, ບັນດາແຫຼ່ງຂ່າວການເດີນທະເລ ກໍ່ໄດ້ຢັ້ງຢືນເກີດ ເຫດບຸກໂຈມຕີຢູ່ໃກ້ກັບນະຄອນທ່າກຳປັ່ນ  Aden ຂອງເຢແມນ. ອົງການຄຸ້ມຄອງການເຄື່ອນໄຫວການຄ້າທາງທະເລຂອງ ອັງກິດໃຫ້ຮູ້ວ່າ ເຫດບຸກໂຈມຕີ ບໍ່ໄດ້ເຮັດໃຫ້ກຳປັ່ນຖືກເສຍຫາຍຫຍັງເລີຍ ກໍ່ຄືບໍ່ກໍ່ຜົນສະທ້ອນຕໍ່ວິວັດການເດີນທະເລຂອງກຳປັ່ນ. ໃນຂະນະນັ້ນ, ບໍລິສັດຄວາມໝັ້ນຄົງທາງທະເລ Ambrey ຂອງອັງກິດ ກໍ່ໃຫ້ຮູ້ວ່າກຳປັ່ນຂົນສົ່ງ ສິນຄ້າ ໄດ້ຖືກບຸກໂຈມຕີດ້ວຍລູກປືນ, ເມືອພາຫະນະນີ້ ພວມເດີນທາງຢູ່ໃກ້ Aden. ແຕ່ເຫດບຸກໂຈມຕີ ບໍ່ກໍ່ຜົນເສຍຫາຍຫຼາຍປານໃດ ຕໍ່ກຳປັ່ນລຳນີ້.

ຕອບກັບ

ຂ່າວ/ບົດ​ອື່ນ