Houthi ບຸກ​ໂຈມ​ຕີ​ບັນ​ດາ​ກຳ​ປັ່ນ​ຂົນ​ສົ່ງ​ນ້ຳ​ມັນ ແລະ ສິນ​ຄ້າ​ພ້ອມ​ກັນ

(VOVWORLD) - Houthi ຍັງໄດ້ບຸກໂຈມຕີກຳປັ່ນ DELONIX ຂອງ ອາເມລິກາ ໃນທະເລແດງດ້ວຍລູກສອນໄຟນຳວິຖີ.
Houthi ບຸກ​ໂຈມ​ຕີ​ບັນ​ດາ​ກຳ​ປັ່ນ​ຂົນ​ສົ່ງ​ນ້ຳ​ມັນ ແລະ ສິນ​ຄ້າ​ພ້ອມ​ກັນ - ảnh 1

ກຳປັ່ນທີ່ຖືກກຳລັງ Houthi ບຸກໂຈມຕີໃນທະເລແດງ (ພາບ: IRNA/TTXVN)

      ກ່າວຄຳເຫັນໃນທາງໂທລະພາບ al-Masirah ເມື່ອຕອນຄ່ຳວັນທີ 28 ມິຖຸນາ,  ທ່ານ Yahya Sarea, ໂຄສົກດ້ານການທະຫານຂອງກຳລັງ Houthi ໃຫ້ຮູ້ວ່າ ກຳລັງ Houth ຢູ່ Yemen ໄດ້ປະຕິບັດການເຄື່ອນໄຫວດ້ານການທະຫານຈຳນວນໜຶ່ງທີ່ມີຂອບຂະໜາດໃຫ່ຍ ດ້ວຍເຄື່ອງບິນບໍ່ມີຄົນຂັບ ແນໃສ່ກຳປັ່ນຂົນສົ່ງນ້ຳມັນ WALER ຂະນະທີ່ກຳປັ່ນລຳນີ້ ພວມເດີນທາງໄປຍັງທ່າກຳປັ່ນ Haifa. ນອກຈາກນັ້ນ, Houthi ຍັງໄດ້ບຸກໂຈມຕີກຳປັ່ນ DELONIX ຂອງ ອາເມລິກາ ໃນທະເລແດງດ້ວຍລູກສອນໄຟນຳວິຖີ, ຍິງຖືກກຳປັ່ນ JOHANNES MAERSK ຢູ່ທະເລເມດີຕາລາເນ ດ້ວຍລູກສອນໄຟ ແລະ ບຸກໂຈຕີກຳປັ່ນ LOANNIS ໃນທະເລແດງດ້ວຍກຳປັ່ນບໍ່ມີຄົນຂັບ.

  ນັບແຕ່ເດືອນພະຈິກປີ 2023, Houthi ໄດ້ດຳເນີນການບຸກໂຈມຕີຫຼາຍຄັ້ງ ດ້ວຍເຄື່ອງບິນບໍ່ມີຄົນຂັບ ແລະ ລູກສອນໄຟຕິດປີກ ແນໃສ່ກຳປັ່ນລຳຕ່າງໆໄປມາໃນເສັ້ນທາງຂົນສົ່ງສຳຄັນຜ່ານທະເລແດງ ເພື່ອກໍ່ຄວາມກົດດັນຕໍ່ ອິດສະຣາແອັສນ ໃນການປະທະກັນກັບ ຮາມາສ ຢູ່ເຂດ ກາຊາ.

ຕອບກັບ

ຂ່າວ/ບົດ​ອື່ນ