Houthi ພ້ອມ​ກັບ​ກຸ່ມ​ອິ​ດ​ສະ​ລາມ ຢູ່ ອີ​ຣ​ັກ ບຸກ​ໂຈມ​ຕີ​ໃສ່ ອິດ​ສະ​ຣາ​ແອນ

(VOVWORLD) - ວັນທີ 2 ກໍລະກົດ, ກຳລັງ Houthi  ຢູ່ Yemen ໃຫ້ຮູ້ວ່າ ໄດ້ພ້ອມກັບກຸ່ມປະກອບອາວຸດ ຢູ່ ອີຣັກ ດຳເນີນການບຸກໂຈມຕີ ດ້ວຍລູກສອນໄຟນຳວິຖີ ເພື່ອເລັ່ງໃສ່ “ເປົ້າໝາຍສຳຄັນ” ຢູ່ ນະຄອນ Haifa ຂອງອິດສະຣາແອນ.
Houthi ພ້ອມ​ກັບ​ກຸ່ມ​ອິ​ດ​ສະ​ລາມ ຢູ່ ອີ​ຣ​ັກ ບຸກ​ໂຈມ​ຕີ​ໃສ່ ອິດ​ສະ​ຣາ​ແອນ - ảnh 1ລູກສອນໄຟໂດຍກຳລັງHouthi ຍິງ (ພາບ: THX/TTXVN)

ໃນບົດແຈ້ງຂ່າວຜ່ານຊ່ອງໂທລະພາບ Masirah TV ໂດຍ Houthi ປະຕິບັດ, ໂຄສົກຂອງກຳລັງນີ້ ທ່ານ Yahya Sarea ຊີ້ແຈ້ງວ່າ “ການເຄື່ອນໄຫວດ້ານການທະຫານຮ່ວມບັນລຸໄດ້ບັນດາຄາດໝາຍວາງອອກ” ພ້ອມທັງຖະແຫລງຈະປະຕິບັດການບຸກໂຈມຕີຫລາຍຄັ້ງອີກເພື່ອເລັ່ງໃສ່ ອິດສະຣາແອນ ຈົນຮອດເວລາໃດການປະທະກັນຢູ່ ເຂດ ກາຊາ ສິ້ນສຸດລົງ.

ອາເມລິກາ ແລະ ປະເທດພັນທະມິດ ຝ່າຍຕາເວັນຕົກ ໄດ້ພະຍາຍາມສະກັດກັ້ນ Houthi, ແລະ ໄດ້ບຸກໂຈມຕີບັນດາເປົ້າໝາຍຂອງ Houthi ຢູ່ Yemen ແຕ່ມາຮອດປະຈຸບັນ ກຸ່ມນີ້ ຍັງບໍ່ທັນມີສັນຍານຢຸດຕິເທື່ອ. ບັນດາເຫດບຸກໂຈມຕີຢູ່ ທະເລແດງ ໄດ້ເຮັດໃຫ້ການເຄື່ອນໄຫວຂົນສົ່ງຜ່ານເສັ້ນທາງທະເລສາຍສຳຄັນນີ້ຖືກຕັດຕອນຢ່າງຮ້າຍແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ