HSBC: 2 ກຳລັງໜູນຊຸກຍູ້ການເຕີບໂຕຂອງ ຫວຽດນາມໃນປີ 2024

(VOVWORLD) - HSBC ຄາດຄະເນວ່າ, ການເຕີບໂຕເສດຖະກິດຂອງ ຫວຽດນາມ ໃນປີນີ້ຈະບັນລຸ 5% ແລະ ເພີ່ມຂຶ້ນເປັນ 6,3% ໃນປີ 2024

          ການສົ່ງອອກ ແລະ ການໃຊ້ຈ່າຍພາຍໃນປະເທດຟື້ນຕົວຂຶ້ນໃໝ່ຈະແມ່ນສອງກຳລັງໜູນຕົ້ນຕໍ່ເພື່ອຊ່ວຍຍອດຜະລິດຕະພັນພາຍໃນ (GDP) ຂອງ ຫວຽດນາມ ໃນປີ 2024 ອາດຈະບັນລຸ 6,3%. ນີ້ແມ່ນຂໍ້ສັງເກດຂອງທ່ານ Frederic Neumann, ຫົວໜ້ານັກເສດຖະສາດຂອງກຸ່ມຄົ້ນຄ້ວາເສດຖະກິດ ອາຊີ ຂອງ HSBC, ໄດ້ຍົກອອກມາທີ່ກອງປະຊຸມສຳມະນາກ່ຽວກັບແງ່ຫວັງດຳເນີນທຸລະກິດ, ເຊິ່ງໄດ້ຈັດຂຶ້ນໃນວັນທີ 09 ຕຸລາ, ຢູ່ຮ່າໂນ້ຍ. HSBC ຄາດຄະເນວ່າ, ການເຕີບໂຕເສດຖະກິດຂອງ ຫວຽດນາມ ໃນປີນີ້ຈະບັນລຸ 5% ແລະ ເພີ່ມຂຶ້ນເປັນ 6,3% ໃນປີ 2024, ເຊິ່ງແມ່ນລະດັບສູງສຸດໃນຈຳນວນບັນດາອົງການຈັດຕັ້ງສາກົນຍົກອອກມາ. ທ່ານ Frederic Neumann ຖືວ່າ, ການສົ່ງອອກຂອງ ຫວຽດນາມ ຈະເພີ່ມຂຶ້ນໃນປີ 2024 ເມື່ອຄວາມຕ້ອງການໄດ້ເພີ່ມຂຶ້ນຄືນໃໝ່ ແລະ ຊ່ວຍໃຫ້ ຫວຽດນາມ ເຕີບໂຕຢ່າງແຮງກວ່າ. ກຳລັງໜູນທີ່ 2 ໃຫ້ແກ່ເສດຖະກິດຂອງ ຫວຽດນາມ ໃນປີ 2024 ແມ່ນລາຍຈ່າຍພາຍໃນປະເທດ, ລວມມີການບໍລິໂພກ ແລະ ການຊື້ຂາຍຂອງລັດຖະບານ, ຄາດວ່າກໍ່ຈະເພີ່ມຂຶ້ນ.

          ກໍ່ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານຂອງ HSBC ຄາດຄະເນວ່າ GDP ຂອງ ຫວຽດນາມ ໃນໄຕມາດທີ 4 ຈະເພີ່ມຂຶ້ນປະມານ 6% ແລະ ປີ 2023 ຈະເພີ່ມຂຶ້ນປະມານ 5%.

ຕອບກັບ

ຂ່າວ/ບົດ​ອື່ນ